ວັນທີ 12-13 ກັນຍາຜ່ານມາ, ທ່ານ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ ຮອງປະ ທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມຄະນະ ສສຊ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເມືອງ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງ ຊາດ (ສພຊ) ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I.

ການເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ພ້ອມຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຢູ່ຈຸດສຸມນາໂພ ຄໍາ, ກຸ່ມບ້ານພັດທະນາທີ 7 ຢູ່ ໂຮງຮຽນປະຖົມອຸດົມໄຊ, ກຸ່ມບ້ານພັດທະນາທີ 2 ວັດບ້ານໃໝ່ ໂນນສະອາດ ແລະ ສະໂມສອ ເມືອງພິນ ແຂວງສະຫວັນນະເຂດ; ມີບັນດາທ່ານຄະນະປະຈໍາພັກເມືອງ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ພະນັກງານອາວຸໂສບໍານານ, ນັກຮຽນ ຕະຫຼອດຮອດປະຊາຊົນອ້ອມຂ້າງເມືອງ ແລະ ບ້ານເຂົ້າຮ່ວມ.

ໃນພິທີ, ໄດ້ຮັບຟັງການລາຍງານໂດຍສັງເຂບສະພາບແຜນພັດທະນາເສດຖະກິດ-ສັງຄົມຂອງ ເມືອງ, ກຸ່ມບ້ານພັດທະນາ ແລະ ບ້ານ ພ້ອມທັງຮັບຟັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການດໍາລົງຊີວິດຕົວຈິງຂອງປະຊາຊົນ; ຈາກນັ້ນ, ບັນດາທ່ານ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ຕາມລໍາດັບ.


ການລົງພົບປະປະຊາຊົນນີ້, ເຮັດໃຫ້ປະຊາຊົນລາວບັນດາເຜົ່າເຂດດັ່ງກ່າວໄດ້ຮັບຮູ້ ແລະ ເຂົ້າ ໃຈການດໍາເນີນກອງປະຊຸມ, ການພິຈາລະນາຮັບຮອງ ແລະ ຕົກລົງບັນຫາທີ່ສໍາຄັນຂອງຊາດ ແລະ ຂອງແຂວງ, ພ້ອມກັນນັ້ນ, ກໍເຮັດໃຫ້ປະຊາຊົນຮັບຮູ້ເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ທີ່ມີຕໍ່ປະຊາຊົນ, ພ້ອມທັງຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຂອງປະຊາຊົນ ເຊິ່ງເຫັນວ່າມີຂໍ້ຫຍຸ້ງຍາກຫຼາຍດ້ານທີ່ຈະຕ້ອງປັບປຸງແກ້ໄຂ ເປັນຕົ້ນແມ່ນບັນ ຫາໂຮງຮຽນບໍ່ພຽງພໍຕໍ່ນັກຮຽນພາຍໃນບ້ານເຮັດໃຫ້ເກີດມີຄວາມ ແອອັດ, ໂຮງຮຽນມີຄວາມຊຸດໂຊມ, ຂາດແຄນບຸກຄະລາກອນຄູສອນ, ສອນມາຫຼາຍປີ ກໍບໍ່ໄດ ບັນຈຸເຂົ້າເປັນພະນັກງານ, ເສັ້ນທາງສັນຈອນພາຍໃນບ້ານມີຄວາມຫຍຸ້ງຍາກໃນລະດູຝົນບາງຈຸດໄດ້ໃຊ້ເຮືອໃນການໄປ-ມາຫາສູ່ກັນ ແລະ ບັນຫາອື່ນໆ.

ພ້ອມກັນນັ້ນ, ບັນດາທ່ານ ສສຊ ແລະ ສສຂ ໄດ້ມີຄໍາຄິດຄຳເຫັນໃນການແກ້ໄຂບັນຫາເບື້ອງ ຕົ້ນ ແລະ ຮັບເອົາບັນດາຄໍາສະເໜີຂອງປະຊາຊົນໄປນໍາສະເໜີຕໍ່ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າພິຈາລະນາຫາວິທີການແກ້ໄຂໃນຕໍ່ໜ້າ.