ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ+ສືບຂ່າວອາຍາ+ກວດກາ ແລະ ຄວບຄຸມຢາເສບຕິດ ທີ່ຂຶ້ນກັບຮາກຖານພັກຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ຈັດຂຶ້ນໃນວັນທີ 12 ກັນຍາ 2018, ເປັນປະທານໂດຍ ພັຕ ພັດທະນາ ວົງຄຳສີ ເລຂາໜ່ວຍພັກດັ່ງກ່າວ, ມີ ພັທ ຄຳແພງ ນຳພາວັນ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຕຳຫຼວດ, ພ້ອມດ້ວຍຄະນະໜ່ວຍພັກ ແລະ ບັນດາສະມາຊິກພັກ ເຂົ້າຮ່ວມ.

ພັຕ ສາຍສຸນີ ພຸດທະພັນ ຮອງເລຂາໜ່ວຍພັກ ກ່າວວ່າ: ໄລຍະ 3 ປີຜ່ານມາ, ຄະນະໜ່ວຍພັກດັ່ງກ່າວ ໄດ້ສຸມໃສ່ໃນວຽກງານສຶກສາອົບຮົມນຳພາ-ແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບ ມີຄຸນສົມບັດສິນທຳປະຕິວັດ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ດ້ານວຽກງານວິຊາສະເພາະ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາເຄື່ອນໄຫວເຮັດວຽກງານຕາມພາລະບົດບາດ ເຊິ່ງສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເຊັ່ນ: ວຽກງານສະກັດກັ້ນຕ້ານຢາເສບຕິດ ມີຄະດີເກີດຂຶ້ນ 615 ເລື່ອງ, ຜູ້ຖືກຫາ 833 ຄົນ ຍິງ 142 ຄົນ, ຄົນຕ່າງປະເທດ 39 ຄົນ ຍິງ 1 ຄົນ, ຂອງກາງທີ່ຢຶດໄດ້ມີ ຄັນຊາ 13.213 ກິໂລກຼາມ, ຢາບ້າ 722.432 ເມັດ, ຢາຝິ່ນ 7,5 ກິໂລກຼາມ, ເຮໂຣອິນ 229 ແທ່ງ, ຝຸ່ນສີຂາວມີທາດຢາເສບຕິດ ປະເພດເຮໂຣອິນ 14 ກິໂລກຼາມ, ຢາໄອສ໌ 4 ກິໂລກຼາມ, ນ້ຳຢາງກັນຊາ 33 ກິໂລກຼາມ, ນ້ຳຢາສານເຄມີຂັ້ນຕົ້ນ 2.880 ລິດ, ແກ່ນກັນຊາ 27.7 ກິໂລກຼາມ, ອຸປະກອນຕົ້ມຄັນຊາ 1 ຊຸດ, ໝາກແຕກ 6 ໜ່ວຍ, ດິນລະເບີດ 1 ກິໂລກຼາມ, ປືນຈໍານວນ 64 ກະບອກ, ລົດໃຫຍ່ 49 ຄັນ, ລົດຈັກ 99 ຄັນ, ວຽກງານສືບຂ່າວອາຍາ ເຂົ້າຮ່ວມມ້າງລາຍຄະດີສະເພາະ 13 ຄັ້ງ, ເກັບກຳຂໍ້ມູນເປົ້າໝາຍນຳຊອກ-ນຳຈັບໄດ້ 38 ຄັ້ງ, ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ, ຮັບຜູ້ເຄາະຮ້າຍເສບຢາເສບຕິດເຂົ້າປິ່ນປົວບຳບັດ ຈຳນວນ 320 ຄົນ ຍິງ 9 ຄົນ, ສຶກສາອົບຮົມຜູ້ທີ່ມາປິ່ນປົ່ວບຳບັດ 120 ຄັ້ງ.

ໃນພິທີ ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການ ປກສ ແຂວງ ສະບັບເລກທີ 316/ຄພ.ປກສ.ຂບຊ, ລົງວັນທີ 2 ກໍລະກົດ 2018 ວ່າດ້ວຍການສ້າງຕັ້ງໜ່ວຍພັກທີ່ຂຶ້ນກັບຮາກຖານພັກຫ້ອງຕຳຫຼວດ ຄື: ໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ໜ່ວຍພັກສືບຂ່າວອາຍາ, ໜ່ວຍພັກກວດກາ ແລະ ຄວບຄຸມຢາເສບຕິດ. ພ້ອມທັງປ່ອນບັດຄັດເລືອກເອົາຄະນະໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດຊຸດໃໝ່; ໃນນີ້ ເລືອກໄດ້ ພັຕ ພັດທະນາ ວົງຄຳສີ ເປັນເລຂາ, ພັຕ ສາຍສຸນີ ພຸດທະພັນ ເປັນຮອງເລຂາ, ຮອ ວຽງພອນ ສຸລິນທອນ ເປັນກຳມະການກວດກາ, ໜ່ວຍພັກພະແນກສືບຂ່າວອາຍາ ເລືອກໄດ້ ພັຕ ໄຊມະນີ ເພັງສະໄໝ ເປັນເລຂາ, ຮອ ທອງວັນໄຊ ພົມມະວົງ ເປັນຮອງເລຂາ, ພັຕ ນາງ ຜາວຽງ ເພັງຈັນໂທ ເປັນກຳມະການກວດກາ ແລະ ໜ່ວຍພັກກວດກາ ແລະ ຄວບຄຸມຢາເສບຕິດ ເລືອກໄດ້ ພັຕ ວິລະພົງ ວິຊຸນດາລາ ເປັນເລຂາ, ພັຕ ຄຳຫຼ້າ ດວງສົງຄາມ ເປັນຮອງເລຂາ ແລະ ພັຕ ນາງ ພວງເພັດ ວໍລະວົງ ເປັນກຳມະການກວດກາ.