ສະພາບນໍ້າຖ້ວມຂັງຕາມເສັ້ນທາງຫຼາຍເສັ້ນ ໃນນະຄອນຫຼວງວຽງຈັນ ກາຍເປັນປະເດັນຫ່າງສຽງໃນສັງຄົມ; ໃນນີ້, ເສັ້ນທາງ ທີ່ເກີດມີສະພາບດັ່ງກ່າວເປັນປະຈໍາ ແມ່ນຢູ່ເສັ້ນທາງທາດຫຼວງ ເມືອງໄຊເສດຖາ ໃນເວລາຝົນຕົກຫຼາຍ ເນື່ອງຈາກທໍ່ລະບາຍນໍ້າ ຕາມແຄມທາງ ມີຂີ້້ເຫຍື້ອອັດຕັນ ເຮັດໃຫ້ນໍ້າໄຫຼບໍ່ທັນ ຈົນເຮັດໃຫ້ນໍ້າຖ້ວມຂັງ, ບາງບ່ອນໄຫຼເຂົ້າເຮືອນປະຊາຊົນ; ຕໍ່ກັບບັນຫານີ້ ມັນມີການຕິດພັນກັບການສ້າງຮ່ອງລະບາຍນໍ້າທີ່ບໍ່ໄດ້ມາດຕະຖານ ແລະ ຂາດການເຮັດອະນາໄມຢ່າງຈິງຈັງ.

ສະພາບດັ່ງກ່າວ, ໄດ້ສ້າງຄວາມຫຍຸ້ງຍາກ ໃນການສັນຈອນພໍສົມຄວນ, ຈາກສະພາບທີ່ເກີດຂຶ້ນໃນປີນີ້;  ມັນໄດ້ສະທ້ອນໃຫ້ເຫັນເຖິງການຮັບມືໃນໄລຍະລະດູຝົນປີໜ້າ,  ເຊິ່ງພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ສົມທົບກັນວາງແຜນແກ້ໄຂ ກໍຄືການເຮັດອະນາໄມ ຫຼື ການລ່ວງທໍ່ລະບາຍນໍ້າ ໃຫ້ທ່ວງທັນກ່ອນໜ້າຝົນ ເພື່ອຫຼຸດຜ່ອນການເກີດສະພາບນໍ້າຖ້ວມຂັງ ຕາມເສັ້ນທາງໃນນະຄອນຫຼວງວຽງຈັນ.

ໃນຄວາມເປັນຈິງແລ້ວ, ເສັ້ນທາງທາດຫຼວງ ເມືອງໄຊເສດຖາ  ຈຸດທີ່ນໍ້າຖ້ວມຂັງນັ້ນ ແມ່ນນັບແຕ່ວົງວຽນທາດຫຼວງ ຫາ 4 ແຍກໄຟແດງທາດຫຼວງ ແລະ ແຕ່ 4 ແຍກໄຟແດງທາດຫຼວງຫາ ຕະຫຼາດຫົວຂົວ. ທັງສອງຈຸດນີ້ ເຫັນວ່າ ສອງຝາກຂອບເສັ້ນທາງ ມີຮູລະບາຍນໍ້າຢູ່ແຄມທາງ ລົງສູ່ທໍ່ນໍ້າ (ທໍ່ 80) ຈໍານວນ 322 ຮູ, ເຊິ່ງສາມາດລະບາຍນໍ້າລົງສູ່ທໍ່ລະບາຍນໍ້າໄດ້ທັນເວລາ ໃນກໍລະນີຝົນຕົກ ແລະ ໃນໄລຍະຜ່ານມາ, ກໍມີພາກສ່ວນທີ່ກ່ຽວຂ້ອງ ກໍຄືຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄຊເສດຖາ ໄດ້ສົມທົບກັບອໍານາດການປົກຄອງບ້ານໄດ້ມີການລວງຮ່ອງລະບາຍນໍ້າທຸກໆປີ ໂດຍນໍາເອົາລົດສີດນໍ້າ ໄປສີດໃສ່ທໍ່ລະບາຍນໍ້າ ເພື່ອເປົາເອົາຂີ້ຕົມຂີ້ເຫຍື້ອ ແລະ ເສດໃບໄມ້ ອອກຈາກທໍ່ລະບາຍນໍ້າ ເພື່ອເຮັດໃຫ້ນໍ້າໄຫຼສະດວກກວ່າເກົ່າ.

ແຕ່ປີນີ້, ທໍ່ລະບາຍນໍ້າຈຸດດັ່ງກ່າວ ແມ່ນບໍ່ສາມາດລະບາຍນໍ້າໄດ້ທັນ ເມື່ອເກີດມີຝົນຕົກຫຼາຍ, ດັ່ງເຫດການໃນຕອນບ່າຍຂອງວັນທີ 11 ກັນຍາ 2018  ຢູ່ບໍລິເວນດັ່ງກ່າວ ມີຝົນຕົກຫຼາຍຕິດຕໍ່ກັນປະມານ 1 ຊົວໂມງ ເຮັດໃຫ້ນໍ້າຖ້ວມຂັງຫົນທາງ ນັບແຕ່ວົງວຽນທາດຫຼວງ ຫາ ສົົ້ນຂົວຕະຫຼາດຫົວຂົວ ຈົນເປັນສາເຫດພາໃຫ້ການສັນຈອນໄປ-ມາຫຍຸ້ງຍາກ, ໂດຍສະເພາະລົດທີ່ຕໍ່າ ແມ່ນບໍ່ສາມາດສັນຈອນຜ່ານໄດ້ ເນື່ອງຈາກວ່ານໍ້າອັງຂຶ້ນສູງ ຍ້ອນຮູລະບາຍນໍ້າຈໍານວນໜຶ່ງຖືກອັດຕັນ.

ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການ ໂທທາທິການ ແລະ ຂົນສົ່ງ ເມືອງໄຊເສດຖາ  ໃຫ້ສໍາພາດຕໍ່ສື່ ໜັງສືພິມຄວາມສະຫງົບ ໃນວັນທີ 14 ກັນຍາ 2018 ວ່າ: ຜ່ານການລົງກວດກາເສັ້ນທາງທີ່ນໍ້າຖ້ວມຂັງ ຢູ່ເສັ້ນທາງທາດຫຼວງ ໂດຍໄດ້ເປີດຝ່າເບິ່ງທໍລະບາຍນໍ້າແຕ່ລະຈຸດ ພໍເປີດໄປຮອດຈຸດ ເຂດທະນາຄານສົ່ງເສີມກະສິກໍາ ມີການອຸດຕັນຈາກສິ່ງເສດເຫຼືອຕ່າງໆ ເຮັດໃຫ້ນໍ້າໄຫຼຢູ່ໃນທໍ່ພຽງ 20 ຊັງຕີແມັດ ຈາກທໍ່ລະບາຍນໍ້າ 80 ຊັງຕີແມັດ ເນື່ອງຈາກເສດຂີ້ເຫຍື້້ອ, ຂີ້ດິນ ແລະ ໄມ້ຄໍ້າແບບທີ່ກໍ່ສ້າງທໍ່ລະບາຍນໍ້າ ໄຫຼໄປທັບຖົມກັນ ຍ້ອນວ່າພາຍຫຼັງກໍ່ສ້າງທໍ່ລະບາຍນໍ້າສໍາເລັດ ແລ້ວພັດບໍ່ເອົາໄມ້ຄໍ້າແບບອອກ ເມື່ອໄມ້ຄໍ້າແບບໂດກ, ເປື່ອຍ ແລ້ວຫັກໄຫຼໄປທັບຖົມກັນ ເຮັດໃຫ້ນໍ້າໄຫຼບໍ່ສະດວກ. ສິ່ງທີ່ສໍາຄັນທີ່ສຸດ ພໍ່-ແມ່ປະຊາຊົນກໍຄວນມີຄວາມຕື່ນຕົວ ແລະ ຄວາມເປັນເຈົ້າການ ໃນການເຮັດອະນາໄມປັດກວາດຂອງບຸກຄົນ ຫຼື ລວມໝູ່ ຢູ່ບໍລິເວນດັ່ງກ່າວ ເພາະໃນໄລຍະຜ່ານມາ ເຫັນວ່າມີລັກສະນະລໍຖ້າແຕ່ພາກສ່ວນ ອພບ ລົງມືເຮັດພຽງຝ່າຍດຽວ. ແຕ່ກໍມີປະຊາຊົນຈໍານວນໜຶ່ງ ບໍ່ມີຄວາມເອົາໃຈໃສ່ອະນາໄມແຄມທາງຂອບເຂດໜ້າເຮືອນຂອງຕົວເອງແທ້.

ທ່ານ ທະວີໄຊ ໄຊປະເສີດ ໃຫ້ຮູ້ຕື່ມວ່າ: ການແກ້ໄຂສະພາບດັ່ງກ່າວໃນຕໍ່ໜ້າ ແມ່ນມີແຜນຈະມີການປັບປຸງແກ້ໄຂຂະຫຍາຍລະບາຍນໍ້າຢູ່ຂ້າງທາງ ເຂດບໍລິເວນສະພາບນໍ້າຖ້ວມຄືນໃໝ່ ເພື່ອເຮັດໃຫ້ລະບາຍນໍ້າສະດວກກວ່າເກົ່າ. ປັດຈຸບັນແມ່ນຍັງຢູ່ໃນຂັ້ນຕອນຂຶ້ນແຜນຄິດໄລການກໍ່ສ້າງ ເພື່ອຂໍ່ງົບປະມານ ຄາດວ່າຈະໄດ້ມີການລົງມືປັບປຸງກໍ່ສ້າງຄືນໃໝ່ໃນໄວໆນີ້.

ແນວໃດໃດກໍຕາມ, ເພື່ອຫຼຸດຜ່ອນບັນຫານໍ້າຖ້ວມຂັງໃນຕົວເມືອງ ນະຄອນຫຼວງວຽງຈັນ ເມື່ອມີຝົນຕົກຫຼາຍ ການຈັດຕັ້ງບ້ານໃນແຕ່ລະບ້ານທີ່ເຫັນວ່າມີຄວາມສ່ຽງ ທີ່ອາດຈະເກີດຂຶ້ນນັ້ນ,  ກໍຕ້ອງເພີ່ມທະວີ ໃນການກວດກາເບິ່ງເມື່ອເຫັນ ທໍ່ລະບາຍນໍ້າຈຸດໃດອັດຕັນ ຫຼື ມີສິ່ງກີດຂວາງທາງໄຫຼນໍ້າ ກໍຕ້ອງໄດ້ລະດົມປະຊາຊົນ ເຮັດອະນາໄມຢ່າງເປັນປົກກະຕິ ເພື່ອເຮັດໃຫ້ນໍ້າໄຫຼສະດວກດີ.