ກອງປະຊຸມໃຫຍ່ ຄັ້ງທີ 4 ຂອງສະຫະພັນນັກຮົບເກົ່າກຸ່ມ 1 ຄົກເພີງ ເມືອງສັງທອງ ນະຄອນ ຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2018, ເຂົ້າຮ່ວມໂດຍ ພັຕ ສອນໃຈ ຄຳມະວົງແກ້ວ ຮອງປະທານສະຫະພັນນັກຮົບເກົ່ານະຄອນຫຼວງວຽງຈັນ, ມີຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງ, ເລຂາພັກບ້ານ, ນາຍບ້ານ, ອົງການຈັດຕັ້ງມະຫາຊົນຂອງບ້ານ ຕະຫຼອດຮອດສະມາຊິກພາຍໃນໜ່ວຍ.

ຮທ ໄມພອນ ພົມຄຳເຮືອງ ປະທານໜ່ວຍສະຫະພັນນັກຮົບ ເກົ່າກຸ່ມ 1 ຄົກເພີງ ປະທານກອງ ປະຊຸມກ່າວວ່າ: ໄລຍະ 5 ປີ ຜ່ານມາ, ໜ່ວຍສະຫະພັນນັກຮົບເກົ່າກຸ່ມ 1 ຄົກເພີງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ໃຫ້ຖັນແຖວນັກຮົບເກົ່າ ຕິດພັນ ກັບວຽກງານປັບປຸງກົງຈັກການຈັດຕັ້ງພາຍໃນໜ່ວຍ, ເປັນສູນລວມແຫ່ງການເຕົ້າໂຮມຄວາມສາມັກຄີໃຫ້ໜັກແໜ້ນຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປຽນໂດຍສັນຕິຂອງຄົນບໍ່ດີ, ຮັກສາມູນເຊື້ອແຫ່ງການຕໍ່ສູ້ອັນອົງອາດກ້າຫານ ແລະ ທາດແທ້ມູນເຊື້ອປະຕິວັດປະກອບ ສ່ວນເຂົ້າໃນການເຄື່ອນໄຫວວຽກງານນຳອົງການຈັດຕັ້ງບ້ານ ກໍຄື ເມືອງ, ໂດຍນຳເອົາບັນດາມະຕິຄຳ ສັ່ງເອກະສານສຳຄັນຕ່າງໆມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກນັກຮົບເກົ່າພາຍໃນກຸ່ມໄດ້ຮັບຮູ້ທົ່ວເຖິງກັນ, ກຸ່ມ 1 ບ້ານຄົກເພີງ ລວມທັງໝົດ 10 ບ້ານ ແບ່ງອອກເປັນ 7 ຈຸ ມີສະມາຊິກທັງໝົດ 165 ທ່ານ ຍິງ 8 ທ່ານ.

ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາສະຫະພັນນັກຮົບ ກຸ່ມ 1 ຄົກເພີງ ຊຸດໃໝ່; ໃນນີ້ ມີ ຜູ້ສະໝັກ 3 ທ່ານ, ເລືອກເອົາ 2 ທ່ານ ຄື: ຮທ ໄມພອນ ພົມຄຳ ເຮືອງ ເປັນປະທານ ແລະ ພັຕ ບຸນລັບ ປຸນມາລາ ເປັນຮອງປະທານໜ່ວຍຊຸດໃໝ່.