ການຝຶກອົບຮົມວຽກງານພັດທະນາແມ່ຍິງໃຫ້ສະຫະພັນ ແມ່ຍິງຢູ່ 4 ເມືອງ ຄື: ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ ແລະ ເມືອງຄອບ ແຂວງໄຊຍະບູລີ ໄດ້ສໍາເລັດໃນວັນທີ 12 ກັນຍາ 2018 ພາຍຫຼັງໄດ້ດໍາເນີນມາເປັນເວລາ 3 ວັນ ຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງ; ເຂົ້າຮ່ວມໂດຍ ທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງໆຫົງສາ, ມີຄູຝຶກຈາກສະຫະພັນແມ່ຍິງແຂວງ, ບັນດາສໍາມະນາກອນທີ່ມາຈາກ 4 ເມືອງ ຈຳນວນ 30 ກວ່າທ່ານ ເຂົ້າຮວ່ມ.

ການຝຶກອົບຮົມຄັ້ງນີ້, ບັນດາສໍາມະນາກອນໄດ້ຮຽນຮູ້ເອກະສານກ່ຽວກັບທັດສະນະ ແລະ ທິດຊີ້ນໍາຂອງພັກຕໍ່ກັບວຽກງານແມ່ຍິງ, ມູນເຊື້ອຂອງແມ່ຍິງລາວ, ບົດບາດການເປັນຜູ້ນໍາທີ່ດີ, ວຽກງານກວດກາພັກ-ກວດກາສະຫະພັນແມ່ຍິງ, ວຽກງານກໍ່ສ້າງຮາກຖານການເມືອງ, ການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແມ່ຍິງ, ຄວາມຮູ້ພື້ນຖານກຽ່ວກັບວຽກງານໂຄສະນາ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງ ສູນກາງສະຫະພັນແມ່ຍິງລາວ, ການປະເມີນຄອບຄົວ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ, ແຜນນະໂຍບາຍ ແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ ແລະ ຂະບວນການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ເດັກນ້ອຍ, ຮັບຟັງບາງທັດສະນະຂອງພັກ ແລະ ນະໂຍບາຍຂອງລັດຕໍ່ວຽກງານຂ່າວສານ, ການຂຽນຂ່າວ, ການວາງແຜນງົບປະມານຄອບຄົວ, ຮັບຟັງແຜນພັດທະນາແມ່ຍິງລາວ 5 ປີ ສະໄໝທີ VII 2016-2020 ແລະ ວຽກງານອື່ນໆ.

ໃນໂອກາດນີ້, ຍັງໄດ້ເຜີຍແຜ່ກົດໝາຍໃຫ້ຄະນະສະຫະພັນແມ່ຍິງ 4 ເມືອງເໜືອ ແລະ ສະມາຊິກແມ່ຍິງຢູ່ໜ່ວຍຮາກຖານພາຍໃນເມືອງຫົງສາ ເປັນຕົ້ນແມ່ນກົດໝາຍວ່າດ້ວຍການຄ້າມະນຸດ, ກົດໝາຍວ່າດ້ວຍຄອບຄົວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ໃນກອງປະຊຸມ​, ທ່ານ ນາງ ດາວວິນ ລາດຊະກິດ ໄດ້ໃຫ້ທິດຊີ້ນໍາສະຫະພັນແມ່ຍິງ 4 ເມືອງເໜືອ ແລະ ຂັ້ນຮາກຖານບ້ານຢູ່ເມືອງຫົງສາ ຈົ່ງພ້ອມກັນຕັ້ງໜ້າ ແລະ ເອົາໃຈໃສ່ນຳເອົາເນື້ອໃນຈິດໃຈຊຸດຝຶກອົບຮົມຄັ້ງນີ້ໄປຈັດຕັ້ງປະຕິບັດຢູ່ຂອບເຂດຄວາມຮັບຜິດຊອບໃຫ້ປະກົດຜົນເປັນຈິງ.