ພັອ ນາງ ວັດຊະລີ ສິດທິລືໄຊ

ພາຍຫຼັງກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ ຄັ້ງທີ 6 ສະໄໝທີ VI ໄດ້ດໍາເນີນເປັນເວລາ 2 ວັນ ເຊິ່ງໄດ້ສໍາເລັດລົງ ໃນວັນທີ 2 ຕຸລາ 2018, ເປັນປະທານໂດຍ ພັອ ນາງ ວັດຊະລີ ສິດທິລືໄຊ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ, ມີຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ, ປະທານສະຫະພັນແມ່ຍິງ ແລະ ກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ສະຫະພັນແມ່ຍິງ ກະຊວງ ປກສ

ໃນມື້ປິດກອງປະຊຸມ, ພັທ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ ໄດ້ຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ ຄັ້ງທີ 6 ສະໄໝທີ VI ວ່າ:

ສະຫະພັນແມ່ຍິງ ກະຊວງ ປກສ

ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ຄວາມຮັບຜິດຊອບສູງໃນການສຸມທຸກສະຕິປັນຍາຄົ້ນຄວ້າປະກອບຄໍາຄິດເຫັນຢ່າງສ້າງສັນ ແລະ ເຫັນດີເປັນເອກະພາບຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ ຄັ້ງທີ 5 ສະໄໝທີ VI ແລະ ທິດທາງແຜນການປະຈໍາປີ 2019 ເປັນຕົ້ນແມ່ນ ວຽກງານເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດສະມາຊິກແມ່ຍິງ ໃຫ້ມີຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ຕິດພັນກັບທາດແທ້ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ຫຼາຍຂຶ້ນ.

….

ນອກນີ້, ຈະສືບຕໍ່ການຈັດຕັ້ງເຜີຍແຜ່ ແລະ ນໍາພາຊຸກຍູ້ການປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນ, ພ້ອມທັງເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ສະມາຊິກແມ່ຍິງ ແລະ ພະນັກງານ-ນັກຮົບ, ຄົ້ນຄວ້າປະກອບຄໍາຄິດເຫັນຕໍ່ການປະຕິບັດນະໂຍບາຍຂອງພັກ-ລັດ ຕໍ່ແມ່ຍິງໃຫ້ເໝາະສົມ, ໃຫ້ຄໍາປຶກສາແກ່ແມ່ຍິງທີ່ມີຄວາມຫຍຸ້ງຍາກ, ສົ່ງເສີມຄວາມກ້າວໜ້າໃຫ້ແມ່ຍິງ ແລະ ການສົ່ງເສີມສິດສະເໝີພາບຍິງ-ຊາຍ ໃນກໍາລັງປ້ອງກັນຄວາມສະຫງົບ.

ສະຫະພັນແມ່ຍິງ ກະຊວງ ປກສ