ຍົກລະດັບຄວາມຮູ້ວຽກງານຍຸດໂທ ໃຫ້ ກຳລັງວິຊາສະເພາະ ປກສ

ຢູ່ທີ່ກົມຄຸ້ມຄອງພາຫະນະ-ຂົນສົ່ງ

0
1516

ວັນທີ 1 ຕຸລາ 2018, ກົມຍຸດໂທ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີເປິດຊຸດຝຶກອົບຮົມໄລຍະສັ້ນວຽກງານຍຸດໂທ ໃຫ້ກຳລັງວິຊາສະເພາະຍຸດໂທ ທົ່ວກຳລັງ ປກສ ຢູ່ທີ່ກົມຄຸ້ມຄອງພາຫະນະ-ຂົນສົ່ງ, ເປັນປະທານໂດຍ ພັອ ຄຳແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ມີບັນດາຄະນະກົມ, ຫ້ອງ, ກອງ, ໂຮງໝໍ, ຄູສອນ ພ້ອມດ້ວຍນັກສຳມະນາກອນ ຈາກກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ ເຂົ້າຮ່ວມ.

ຍົກລະດັບຄວາມຮູ້ວຽກງານຍຸດໂທ

ພັທ ສີສຸວັນ ທອງປະເສີດ ຫົວໜ້າກົມຍຸດໂທ 

ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ສະບັບເລກທີ 2804/ກມປສ, ລົງວັນທີ 6 ກັນຍາ 2018 ວ່າດ້ວຍ ການອະນຸມັດໃຫ້ກົມໃຫຍ່ພະລາທິການ ປກສ ເປີດຊຸດຝຶກອົບຮົມໄລຍະສັ້ນວຽກງານຍຸດໂທ ປະຈຳປີ 2018 ຂຶ້ນຢ່າງເປັນທາງການ; ຈາກນັ້ນ, ກໍໄດ້ຜ່ານແຜນການຝຶກອົບຮົມທີ່ຈະໄດ້ດໍາເນີນໄປເປັນເວລາ 5 ວັນ ເຊິ່ງໄດ້ເລີ່ມແຕ່ວັນທີ 1 ຫາ 5 ຕຸລາ 2018; ໃນນັ້ນມີນັກສໍາມະນາກອນເຂົ້າຮ່ວມຝຶກອົບຮົົມ 62 ສະຫາຍ ຍິງ 4 ສະຫາຍ, ເຊິ່ງຈະໄດ້ຮ່ຳຮຽນທັງໝົດ 35 ຊົ່ວໂມງ ມີວິຊາຄຸ້ມຄອງອາວຸດຍຸດໂທປະກອນ 21 ຊົ່ວໂມງ, ວິຊາລູກກະສູນ ແລະ ສາງ 7 ຊົ່ວໂມງ, ວິຊາປືນລາບ 4 ຊົ່ວໂມງ ແລະ ຖອດຖອນບົດຮຽນຄືນ 3 ຊົ່ວໂມງ.

ກົມຍຸດໂທ
ພິທີເປິດຊຸດຝຶກອົບຮົມໄລຍະສັ້ນ
ວຽກງານຍຸດໂທ

ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ທັງເປັນການສ້າງພະນັກງານວິຊາສະເພາະຍຸດໂທ ສາມາດກຳໄດ້ຫຼັກການ, ວິທີການ, ການບໍາລຸງຮັກສາ ຕະຫຼອດຮອດການສ່ອງແສງລາຍງານແຕ່ລະໄລຍະ ເພື່ອເປັນການຍົກສູງຄວາມຮັບຜິດຊອບພະນັກງານວິຊາສະເພາະຍຸດໂທ ໃຫ້ສາມາດຮັບປະກັນໄດ້ຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນປັດຈຸບັນ.

ກົມຍຸດໂທ ກົມໃຫຍ່ພະລາທິການ

ພັອ ຄຳແພງ ລາວລີ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບບັ້ນຝຶກອົບຮົມ ໃຫ້ຍົກສູງຄວາມຮັບຜິດຊອບປະກອບສ່ວນເຂົ້າໃນການສິດສອນໃຫ້ຖືກກັບແຜນທີ່ກຳນົດໄວ້ ແລະ ຂໍໃຫ້ນັກສຳມະນາກອນ ຈົ່ງພ້ອມກັນຕັ້ງໃຈຮ່ຳຮຽນເອົາບົດຮຽນຈາກຄູສອນໃຫ້ໄດ້ຫຼາຍທີ່ສຸດ ເພື່ອນຳໄປໝູນໃຊ້ໃນການປະຕິບັດໜ້າທີ່ຂອງຕົນໃຫ້ຖືກຕ້ອງ ແລະ ທັນກັບຄວາມຮຽກຮ້ອງຕ້ອງການ.