ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 3 ຕຸລາ ນີ້ວ່າ: ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດ (BNPB) ລາຍງານວ່າ ພູໄຟ ໂຊປູຕັນ, ເຊິ່ງມີຄວາມສູງ 1.784 ແມັດ  ຕັ້ງຢູ່ທາງເໜືອຂອງເກາະສຸລາເວສີ ເກີດການລະເບີດຂຶ້ນໃນຕອນເຊົ້າຂອງວັນພຸດ ຕາມເວລາທ້ອງຖິ່ນ ໂດຍພູໄຟພົ່ນກຸ່ມຄວັນ ແລະ ເຖົ່າຖານລອຍຂຶ້ນຈາກປາກປ່ອງ ມີຄວາມສູງປະມານ 4.000 ແມັດ. ເບື້ອງຕົ້ນ, ສຳ ນັກງານບໍລິຫານຈັດການໄພພິບັດແຫ່ງຊາດ ຂໍຄວາມຮ່ວມມືກັບປະຊາຊົນ, ເຊິ່ງອາໃສຢູ່ພາຍໃນລັດສະໝີ 6,5 ກິໂລແແມັດ ຈາກບໍລິເວນຈອມພູ ໃຫ້ອົບພະຍົບເພື່ອຄວາມປອດໄພ.

ສະຖານະການທີ່ພູໄຟ ໂຊປຸຕັນ ເກີດຂຶ້ນໃນໄລຍະທີ່ປະຊາຊົນທີ່ອາໃສຢູ່ບໍລິເວນໃນພາກກາງ ແລະ ພາກຕາເວັນຕົກຂອງເກາະສຸລາເວສີ ກຳລັງປະສົບກັບຄວາມເດືອດຮ້ອນທີ່ສຸດ ຫຼັງຜ່ານພົ້ນໄພພິບັດ ໃນວັນສຸກທີ່ຜ່ານມາ, ເຊິ່ງເກີດເຫດແຜ່ນດິນໄຫວຢ່າງຮ້າຍແຮງ ຂະໜາດ 7,5 ຣິກເຕີ ຕາມດ້ວຍສຶນາມິຫຼາຍຄັ້ງພັດເຂົ້າຝັ່ງ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1.375 ຄົນ ແລະ ອີກ 66.000 ຄົນຂາດທີ່ຢູ່ອາໃສ. ນອກຈາກນີ້, ຍັງມີຜູ້ປະສົບໄພເຄາະຮ້າຍຫຼາຍກວ່າ 20.000 ຄົນ ຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນ.

ສຳນັກງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (OCSA) ໄດ້ຈັດງົບປະມານກອງທຶນຊ່ວຍເຫຼືອສຸກເສີນສູນກາງໃນເບື້ອງຕົ້ນ 15 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອອິນໂດເນເຊຍ ໃນການແກ້ໄຂສະຖານະການດັ່ງກ່າວ. ຂະນະທີ່ຄວາມຊ່ວຍເຫຼືອດ້ານມະນຸດສະທຳຈາກນານາຊາດ ເລີ່ມເຂົ້າໄປຮອດເກາະສຸລາເວສີແລ້ວ ຫຼັງຈາກປະທານາທິບໍດີ ໂຈໂຄ ວິໂດໂດ ຜູ້ນຳອິນໂດເນເຊຍ ປະກາດເປີດຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດ ໃນຕົ້ນອາທິດນີ້ ແຕ່ການດຳເນີນການດັ່ງກ່າວຍັງມີຄວາມຫຼ້າຊ້າ ເນື່ອງຈາກລະບົບໂຄງສ້າງພື້ນຖານໃນພື້ນທີ່ປະສົບໄພເສຍຫາຍຢ່າງຫຼວງຫຼາຍ.