ເຈົ້າໜ້າທີ່ຕໍາຫຼວດປະຈໍາປ້ອມກວດກາກິ່ວລົມ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ທໍາການກວດຄົ້ນລົດໂດຍສານສາຍຫຼວງນໍ້ທາ-ເມືອງສິງ ພົບຢາເສບຕິດ ປະເພດຝິ່ນ 22 ກິໂລກຼາມ ພ້ອມທັງຈັບຕົວເຈົ້າຂອງຝິ່ນໄປດໍາເນີນຄະດີ.

ການກວດກາຄັ້ງນີ້, ເນື່ອງຈາກເຈົ້າໜ້າທີ່ສືບຮູ້ວ່າ ຈະມີກຸ່ມຄົນບໍ່ດີແຝງຕົວເປັນຜູ້ໂດຍ ສານເດີນທາງກັບລົດເມສາຍຫຼວງນໍ້າທາ-ເມືອງສິງ ພ້ອມຢາຝິ່ນຈໍານວນຫຼາຍກິໂລ; ຈາກນັ້ນ, ເຈົ້າໜ້າທີ່ປະຈໍາດ່ານທີ່ເປັນເສັ້ນທາງຂອງລົດ ໂດຍສານຄັນທີ່ເປັນເປົ້າໝາຍຈະຜ່ານ ຈຶ່ງໄດ້ເພີ່ມກໍາລັງຈຸດກວດກາປ້ອມຕະຫຼອດ 24 ຊົ່ວໂມງ, ຈົນຮອດເວລາປະມານ 9:00 ໂມງ ຂອງວັນທີ 21 ກັນຍາ 2018 ພົບເຫັນລົດໂດຍສານຄັນທີ່ເປັນເປົ້າໝາຍ ຈຶ່ງໄດ້ລັດ ແລະ ຂໍເຂົ້າກວດຄົ້ນພົບເຫັນຢາຝິ່ນ ຈໍານວນ 22 ກິໂລກຼາມ ທີ່ຊຸກເຊື່ອງໄວ້ໃນແກັດເຈ້ຍ ພ້ອມທັງກັກຕົວເຈົ້າຂອງຝິ່ນ ຊື່ ທ້າວ ວາກູ່ ອາຍຸ 38 ປີ ບ້ານດົງຖື ເມືອງຊໍາ ເໜືອ ແຂວງຫົວພັນ.
ຜ່ານການສອບສວນຜູ້ຖືກຫາສາ ລະພາບວ່າ: ຢາຝິ່ນຈໍານວນດັ່ງກ່າວໄດ້ ເກັບຊື້ນໍາປະຊາ ຊົນຢູ່ພາຍໃນເຂດບ້ານ ແລະ ບ້ານໃກ້ຄຽງສະສົມໄວ້ປະມານ 2 ປີ ແລະ ຈະນໍາໄປຂາຍຢູ່ເຂດ ເມືອງສິງ ແຂວງຫຼວງນໍ້າທາ.