ຊີ້ນຳຄະນະພັກ ສູນກາງສະຫະພັນກຳມະບານລາວ ໂຄສະນາ-ສຶກສາອົບຮົມແນວຄິດການເມືອງ

ກອງປະຊຸມກາງສະໄໝທີ III

0
2098
ບັນດາຄະນະພັກທີ່ເຂົ້າຮ່ວມ

ໃນໂອກາດທີ່ເຂົ້າຮ່ວມ ກອງປະຊຸມກາງສະໄໝທີ III ຂອງ ອົງຄະນະພັກສູນກາງສະຫະພັນກຳມະບານລາວ ທີ່ຈັດຂຶ້ນໃນລະຫວ່າງວັນທີ 1-2 ຕຸລາ 2018, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຊີ້ນໍາໃຫ້ຄະນະພັກສູນກາງສະຫະພັນກໍາມະບານລາວ ເພີ່ມທະວີວຽກການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ, ເສີມຂະຫຍາຍຈິດໃຈຮັກຊາດຕິດພັນກັບຮັກລະບອບປະຊາທິປະໄຕ ປະຊາຊົນລາວ, ສ້າງສະຕິຊາດ, ແລະ ຄວາມສາມັກຄີປອງດອງ, ຮູ້ຈັກນໍາໃຊ້ສິດ ແລະ ປະຕິບັດພັນທະຂອງຕົນຢ່າງຄົບຖ້ວນ.

ພະນັກງານບຳນານ

ທ່ານ ປອ ຄໍາພັນ ພົມມະທັດ ໄດ້ເນັ້ນໜັກວ່າ: 

…..

ຄະນະພັກສູນກາງສະຫະພັນກໍາມະບານລາວ ຕ້ອງປັບປຸງກົງຈັກການຈັດຕັ້ງໂຄງປະກອບບຸກຄະລະກອນ ແລະ ແບບແຜນວິທີເຮັດວຽກຂອງອົງຄະນະພັກ, ໜ່ວຍພັກ, ສ້າງຕັ້ງ ແລະ ຂະຫຍາຍສະມາຊິກກໍາມະບານ ຢູ່ທັງໃນ ແລະ ນອກລະບົບໃຫ້ກວ້າງຂວາງ ແລະ ມີປະສິດທິຜົນສູງຂຶ້ນ, ເປັນເຈົ້າການນໍາພາຂະບວນການແຂ່ງຂັນ 5 ເປັນເຈົ້າຂອງ ກໍາມະບານ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນຟົດຟື້ນ, ເປັນລະບຽບຕໍ່ເນື່ອງ ແລະ ກວ້າງຂວາງໃນຂອບເຂດທົ່ວປະເທດ, ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ສະມາຊິກກໍາມະບານ,  ກໍາມະກອນ ແລະ ຊາວຜູ້ອອກແຮງງານຕື່ນຕົວເປັນເຈົ້າການປະຕິບັດພັນທະຂອງຕົວຢ່າງຄົບຖ້ວນ ພ້ອມກັນເສີມຂະຫຍາຍຈິດໃຈຮັກຊາດຮັກລະບອບປະຊາທິປະໄຕ, ຍົກສູງສະຕິຊາດ ແລະ ຄວາມສາມັກຄີປອງດອງ.

ທ່ານ ປອ ຄໍາພັນ ພົມມະທັດ
ຄະນະພັກຜູ້ເຂົ້າຮ່ວມ

ໃນກອງປະຊຸມ, ທ່ານ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານສູນກາງສະຫະພັນກໍາມະບານລາວ ໄດ້ສັງລວມການນໍາພາຂອງຄະນະພັກກາງສະໄໝ 2016-2018 ວ່າ:  ໄດ້ດໍາເນີນຊີວິດການເມືອງປັບປຸງປົວແປງ ອົງຄະນະພັກສູນກາງສະຫະພັນກໍາມະບານລາວ, ປັບປຸງກົດໝາຍ ວ່າດ້ວຍ ກໍາມະບານລາວ ສໍາເລັດ, ປັບປຸງຄ່າແຮງງານຂັ້ນຕໍາ, ປັບປຸງການຈັດຕັ້ງພັກໄດ້ 1 ໜ່ວຍພັກ ແລະ ຂະຫຍາຍສະມະຊິກພັກ ໄດ້ຈໍານວນໜຶ່ງ, ສ້າງໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານໄດ້ 3 ໜ່ວຍພັກ, ຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງປີ 2018 ສໍາເລັດ, ຈັດກອງປະຊຸມວຽກງານຮັກຊາດ ແລະ ພັດທະນາຕິດພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າຂອງ ກໍາມະບານ ສໍາເລັດ.

ກອງປະຊຸມກາງສະໄໝທີ III