ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ເຂົ້າຈັບຕົວໄວລຸ້ນ ອາຍຸ 20 ປີ ໃນຂະນະທີ່ກໍາລັງເອົາຢາບ້າໄປຂາຍຢູ່ເຂດວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ເເຂວງສະຫວັນນະເຂດ ພ້ອມຢາບ້າ 700 ກວ່າເມັດ ໃນວັນທີ 27 ກັນຍາ 2018.

ຂອງກາງທີ່ຢຶດໄດ້

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພາຍຫຼັງໄດ້ສືບຮູ້ວ່າ ມີໄວລຸ້ນ 1 ຄົນ ກໍາລັງເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ບ້ານໂພນສະຫວ່າງເໜືອ ເຂດວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງຈັດ ຕັ້ງກຳລັງເຂົ້າຕິດຕາມ ຮອດເວລາປະ ມານ 15:30 ໂມງຂອງວັນດຽວກັນກໍ ເຫັນເປົ້າໝາຍຂີ່ລົດຈັກຢູ່ເຂດວົງວຽນໄດໂນເສົາ ເຈົ້າໜ້າທີ່ໄດ້ເຂົ້າກັກຕົວ ທ້າວ ຕິດຕີ້ (ຕີ້) ອາຍຸ 20 ປີ ກໍາ ມະກອນຢູ່ບ້ານລາດຊະວົງໄຊ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ 4 ຖົງ ເທົ່າກັບ 799 ເມັດ, ລົດຈັກ 1 ຄັນ, ເງິນບາດ 8.400 ບາດ ແລະ ເງິນກີບ 190.000 ກີບ.

ທ້າວ ຕິດຕີ້ (ຕີ້)

ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້ ແລະ ໄດ້ຮັບມາຈາກຜູ້ ຮ່ວມຂະບວນການນໍາກັນ. ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສືບສວນ -ສອບສວນ ເພື່ອຂະຫຍາຍຜົນຫາຜູ້ ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.