ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ເຂົ້າອຳລາໜ້າທີ່ຕໍ່ ລັດຖະມົນຕີກະຊວງ ປກສ

0
982
ທ່ານ ຫວາງ ຫວີນ ທາງ ແລະ ພົຕ ສົມແກ້ວ ສີລາວົງ

ທ່ານ ຫວາງ ຫວີນ ທາງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຢາມ ແລະ ອໍາລາໜ້າທີ່ຕໍ່ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ໃນວັນທີ 3 ຕຸລາ 2018 ໃນໂອກາດທີ່ທ່ານໝົດວາລະໃນການດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ.

ສປປ ລາວ – ສປ ຈີນ

ທ່ານ ຫວາງ ຫວີນ ທາງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງ ປກສ ພ້ອມຄະນະທີ່ໃຫ້ການຕ້ອນຮັບເປັນຢ່າງດີ; ເຊິ່ງຕະຫຼອດໄລຍະຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ກໍໃຫ້ຄວາມຊ່ວຍເຫຼືອ, ສະໜັບສະໜູນໃນການພົວພັນຮ່ວມມື, ປະສານສົມທົບຈົນເຮັດໃຫ້ການປະຕິບັດໜ້າທີ່ຂອງສອງພັກ-ສອງລັດ ໄດ້ຮັບຜົນສໍາເລັດ, ເຊິ່ງເປັນການປະກອບສ່ວນສ້າງສາຍພົວພັນລະຫວ່າງ ສປປ ລາວ-ສປ ຈີນ ເວົ້າລວມ, ເວົ້າສະເພາະແມ່ນສາຍພົວພັນຮ່ວມມືລະຫວ່າງ ກໍາລັງປະກອບອາວຸດຂອງສອງປະເທດ, ຜ່ານມາຕົນມີຄວາມປະທັບໃຈຕໍ່ບັນດາໝາກຜົນອັນຍິ່ງໃຫຍ່ຂອງພັກ-ລັດ ແລະ ກໍາລັງປ້ອງກັນຄວາມສະຫງົບລາວ ທີ່ໄດ້ມີການພັດທະນາ, ພິເສດແມ່ນການປ້ອງກັນກອງປະຊຸມໃຫຍ່ລະດັບຊາດ ແລະ ສາກົນແມ່ນມີຄວາມສະຫງົບປອດໄພ; ເຊິ່ງໃນຕໍ່ໜ້າ ຫວັງວ່າ: ສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ, ເປັນຕົ້ນແມ່ນສອງກໍາລັງທີ່ເຮັດວຽກງານປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

…..

ການຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄັ້ງນີ້, ທ່ານລັດຖະມົນຕີກະຊວງ ປກສ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ໄລຍະຜ່ານມາຂອງທ່ານເອກອັກຄະລັດຖະທູດ ສປ ຈີນ ທີ່ຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີລະຫວ່າງສອງຊາດ ລາວ-ສປ ຈີນ, ເວົ້າສະເພາະແມ່ນສອງກໍາລັງປະກອບອາວຸດທີ່ມີມູນເຊື້ອມາແຕ່ດົນນານ ແລະ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວ ໃຫ້ນັບມື້ແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ.

…..