ພັທ ຄໍາສິງ ນາມມູນຕີພັທ ຈໍາປາ ແສງສຸລິຍາ

ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຫົວໜ້າ ແລະ ຮອງໜ່ວຍງານ ໃນວັນທີ 2 ຕຸລາ ຜ່ານມານີ້, ເປັນປະທານໂດຍ ພັທ ຄໍາສິງ ນາມມູນຕີ ຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ, ມີ ພັທ ຈໍາປາ ແສງສຸລິຍາ ຮອງຫົວໜ້າຫ້ອງການເມືອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະພັກ, ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ປກສ ກຸ່ມ-ປກສ ບ້ານ, ພາກສ່ວນກ່ຽວຂ້ອງຈາກເມືອງ ແລະ ບ້ານ ເຂົ້າຮ່ວມ.

ບັນດາຜູ້ເຂົ້າຮ່ວມບັນດາຜູ້ເຂົ້າຮ່ວມ

ພັທ ໂຈມມະນີ ແພງມະນີ ຫົວໜ້າຫ້ອງການເມືອງ ປກສ ເມືອງສີໂຄດຕະບອງ ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າ ປກສ ນະຄອນຫຼວງວຽງຈັນ, ສະບັບເລກທີ 982/ປກສ.ນວ, ລົງວັນທີ 26 ກັນຍາ 2018 ວ່າດ້ວຍ ການແຕ່ງຕັ້ງຂັ້ນຫົວໜ້າ ແລະ ຮອງໜ່ວຍງານບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງດັດສ້າງ ແລະ ກອງບັນຊາການ ປກສ ເມືອງ ທີ່ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ສຳລັບ ປກສ ເມືອງສີໂຄດຕະບອງ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຕົກລົງແຕ່ງຕັ້ງຫົວໜ້າຮອງໜ່ວຍງານຄົ້ນຄວ້າ-ສັງລວມ ແລະ ໜ່ວຍງານບໍລິຫານ-ພິທີການ ທີ່ຂຶ້ນກັບ ຫ້ອງການ; ຫົວໜ້າຮອງໜ່ວຍງານຄົ້ນຄວ້າ-ສັງລວມ, ໜ່ວຍງານຮັບສາຄວາມສະຫງົບສຸກ ແລະ ໜ່ວຍງານກໍ່ສ້າງປັບປຸງ ປກສ ບ້ານ ທີ່ຂຶ້ນກັບຫ້ອງການເມືອງ; ຫົວໜ້າ-ຮອງໜ່ວຍງານທີ່ຂຶ້ນກັບພະແນກພະລາທິການ; ຫົວໜ້າຮອງໜ່ວຍ-ງານ ທີ່ຂຶ້ນກັບ ພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຫົວໜ້າ-ຮອງໜ່ວຍງານ ທີ່ຂຶ້ນກັບ ພະແນກສັນຕິບານ ແລະ ແຕ່ງຕັ້ງຫົວໜ້າຮອງໜ່ວຍ-ງານ ທີ່ຂຶ້ນກັບ ພະແນກຕຳຫຼວດ ແລະ ແຕ່ງຕັ້ງຫົວໜ້າ-ຮອງໜ່ວຍງານ ທີ່ຂຶ້ນກັບ ປກສ ກຸ່ມໜອງໜ້ຽວ, ໜອງດ້ວງ, ບ້ານໃໝ່, ໜອງບຶກ, ສີຖານ, ສີໄຄ ແລະ ປກສ ກຸ່ມ ເກົ້າລ້ຽວ.

ບັນດາຜູ້ເຂົ້າຮ່ວມ

ໂອກາດດັ່ງກ່າວ, ພັທ ຄໍາສິງ ນາມມູນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ພ້ອມກັນເປັນເຈົ້າການໃນການຊີ້ນຳ-ນຳພາພະນັກງານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ, ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ນະຄອນຫຼວງວຽງຈັນ ກໍຄືເມືອງສີໂຄດຕະບອງມີຄວາມສະຫງົບ-ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.