ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະ ບອງ ກັກຕົວທ້າວ ຄຳກ້ຽວ ອາຍຸ 35 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ  ໃນວັນທີ 20 ກັນຍາ 2018 ໃນຂະນະທີ່ຜູ້ກ່ຽວກຳລັງນຳຢາບ້າໄປຂາຍ ໃຫ້ພັກ ພວກ ຈຳນວນ 336 ເມັດ.

ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດວິຊາສະເພາະ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ທ້າວ ຄຳກ້ຽວ ເປັນເປົ້າໝາຍຕິດຕາມຕົວຂອງເຈົ້າໜ້າທີ່ຢ່າງຈິງຈັງ. ມາວັນທີ 20 ກັນຍາ 2018, ເຈົ້າໜ້າທີ່ ສືບຮູ້ວ່າ: ທ້າວ ຄຳກ້ຽວ ກຳລັງນຳຢາບ້າປະມານ 200-300 ເມັດ ໄປສົ່ງໃຫ້ລູກຄ້າ ຢູ່ເຂດເສັ້ນທາງບ້ານຈັນສະຫວ່າງ. ຈາກນັ້ນ, ໄດ້ນໍາກຳລັງລົງຕິດຕາມ ແລະ ສະກັດຈັບ ຕົວ ຜູ້ກ່ຽວ ພ້ອມຢາບ້າ 336 ເມັດ ໄປສອບສວນ.

ຜູ້ກ່ຽວສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ແມ່ນ ໄດ້ຊື້ນຳພັກພວກທີ່ຮ່ວມຂະບວນການນຳກັນ ຄັ້ງລະ 1-2 ຖົງ ຖົງ ລະ 200 ເມັດ, ແລ້ວນຳໄປຂາຍໃຫ້ກັບໄວລຸ້ນ ແລະ ກຳມະກອນຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ, ເຊິ່ງບາງຄັ້ງກໍໄປຂາຍຢູ່ເທດສະບານເມືອງ ແລະ ຮ້ານ ເກມ, ຜ່ານມາ ໄດ້ຊື້ມາຂາຍແລ້ວຫຼາຍຄັ້ງ.

ຄັ້ງສຸດທ້າຍນີ້, ແມ່ນໄດ້ຊື້ຈຳນວນ 2 ຖົງ ແລ້ວມາເສບເອງຈຳນວນໜຶ່ງ ແລະ ຂາຍໃຫ້ກັບໄວລຸ້ນຈຳນວນໜຶ່ງຍັງເຫຼືອຢາບ້າ 336 ເມັດ ວັນທີ 20 ກັນ ຍາ 2018 ມີໄວລຸ້ນໂທລະສັບສັ່ງຊື້ຢາ ບ້າຈຳນວນ 300 ເມັດ ໂດຍນັດຈຸດຊື້-ຂາຍ ຢູ່ເສັ້ນທາງບ້ານຈັນສະຫວ່າງ ເມື່ອໄປຮອດຈຸດນັດພົບ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.