ເປັນປະທານຮ່ວມໂດຍ ທ່ານ ບຸດສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ

ໃນວັນທີ 9 ຕຸລາ 2018, ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ກົດໝາຍອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີ ກົດໝາຍອາຊຽນ ຄັ້ງທີ 10 ລະຫວ່າງວັນທີ 7-13 ຕຸລາ 2018 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ບຸດສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ກົດໝາຍອາຊຽນ ຂອງ ສປປ ລາວ, ມີບັນດາຕ່າງໜ້າຫົວໜ້າເຈົ້າໜ້າທີ່ອາວຸໂສ ກົດໝາຍອາຊຽນ ຈາກຕ່າງປະເທດ ແລະ ພາຍໃນປະເທດ ເຂົ້າຮ່ວມ.

ບັນດາລັດຖະມົນຕີກົດໝາຍອາຊຽນ ຂອງແຕ່ລະປະເທດສະມາຊິກອາຊຽນ

ໃນກອງປະຊຸມໄດ້ສືບຕໍ່ພິຈາລະນາ, ປຶກສາຫາລື ແລະ ຄົ້ນຄວ້າຫົວຂໍ້ຕ່າງໆທີ່ໄດ້ຮັບຮອງເອົາ ໂດຍປະເທດສະມາຊິກ ແລະ ຕີລາຄືນຄວາມຄືບໜ້າບາງບັນຫາຕໍ່ກອງປະຊຸມ ແລະ ບາງບັນຫາກໍ່ຕ້ອງໄດ້ສືບຕໍ່ພິຈາລະນາ ເພື່ອນໍາເອົາຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ກົດໝາຍອາຊຽນ ລາຍງານໃນກອງປະຊຸມລັດຖະມົນຕີ ກົດໝາຍອາຊຽນ ແລະ ອອກຖະແຫຼງການຮ່ວມ ລະຫວ່າງ ລັດຖະມົນຕີ ກົດໝາຍອາຊຽນ ຂອງແຕ່ລະປະເທດສະມາຊິກອາຊຽນ ພາຍຫຼັງໄດ້ຮັບການແກ້ໄຂບັນຫາ ແລະ ຂໍ້ສະເໜີຕ່າງໆຮ່ວມມືລະຫວ່າງ ອາຊຽນ.

ບັນດາລັດຖະມົນຕີກົດໝາຍອາຊຽນ ຂອງແຕ່ລະປະເທດສະມາຊິກອາຊຽນ

ພ້ອມນັ້ນ, ກໍຊຸກຍູ້ໃຫ້ບັນດາຂະແໜງການຂອງອາຊຽນ ຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ຣັດເຊຍ ສະບັບປີ 2016-2020 ຢ່າງມີປະສິດທິຜົນ ແນໃສ່ປະກອບສ່ວນເຂົ້າໃນການຍົກລະດັບການພົວພັນ ອາຊຽນ-ຣັດເຊຍ ຂຶ້ນສູ່ລະດັບຍຸດທະສາດໃນອະນາຄົດ.

ໃນກອງປະຊຸມ ໃຫ້ຮູ້ອີກວ່າ: ໃນວັນທີ 12 ຕຸລາ 2018 ແມ່ນຈະໄດ້ສືບຕໍ່ ກອງປະຊຸມລັດຖະມົນຕີ ກົດໝາຍອາຊຽນ ຄັ້ງທີ 10.

ພາຍໃນງານກອງປະຊຸມ