ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສອງຄອນ ແຂວງສະ ຫວັນນະເຂດ ໄດ້ສົມທົບກັບອໍານາດການປົກຄອງບ້ານ ເຂົ້າຈັບຕົວເປົ້າໝາຍຄ້າຢາຢາເສບຕິດຊື່ ທ້າວ ແກ້ວ ມະນີ ຫຼື ຈຶ ອາຍຸ 42 ປີ ບ້ານຄືມສະຫວ່າງ ເມືອງສອງຄອນ ແຂວງສະຫວັນນະເຂດ ຢູ່ເຮືອນຂອງຜູ້ກ່ຽວກວດຄົນພົບຢາເສບຕິດປະເພດຢາບ້າ 2.000 ກວ່າເມັດ ແລະ ຢາໄອສ໌ 1 ກິໂລກຼາມ ໃນວັນທີ 4 ຕຸລາ 2018.

ເຈົ້າໜ້າທີ່ ປກສ ເມືອງສອງຄອນ ເປີດເຜີຍວ່າ: ທ້າວ ແກ້ວມະນີ ເປັນເປົ້າໝາຍຕິດຕາມຕົວຂອງເຈົ້າໜ້າທີ່ຕໍາຫຼວດຢ່າງຈິງຈັງ, ເຊິ່ງຜູ້ກ່ຽວລັກລອບເຄື່ອນໄຫວຄ້າຂາຍຢາເສບຕິດ ທັງຢາບ້າ ແລະ ຢາໄອສ໌ພາຍໃນເມືອງ. ມາຮອດວັນທີ 4 ຕຸລາ 2018, ໄດ້ສືບຮູ້ວ່າ ຜູ້ກ່ຽວເອົາຢາເສບຕິດໄປຊຸກເຊື່ອງໄວ້ເຮືອນ. ຈາກນັ້ນ, ຈຶ່ງຈັດກໍາລັງສົມທົບກັບອໍານາດການປົກຄອງບ້ານ ເຂົ້າຈັບຕົວຜູ້ກ່ຽວ ພ້ອມທັງກວດຄົ້ນເຮືອນພົບຢາບ້າ ຈໍານວນ 1 ມັດ ກັບ 4 ເມັດ ເທົ່າກັບ 2.004 ເມັດ, ຢາໄອສ໌ 1 ກິໂລກຼາມ, ໂທລະສັບ 1 ເຄື່ອງ ແລະ ເງິນ 19.000 ບາດ.

ຂອງກາງ

ຜ່ານການສອບສວນ ຜູ້ກ່ຽວສາລະ ພາບວ່າ: ຢາບ້າ ແລະ ຢາໄອສ໌ ຈໍານວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້, ເຊິ່ງໄດ້ຊື້ນໍາຄົນຮູ້ຈັກພາຍໃນເມືອງ ເພື່ອຈະເອົາໄປສົ່ງໃຫ້ຜູ້ສັ່ງຊື້ ແຕ່ຍັງບໍ່ທັນໄດ້ຂາຍຖືກເຈົ້າໜ້າທີ່ກັກຕົວກ່ອນ. ຄະດີດັ່ງກ່າວ, ຍັງຢູ່ໃນຂັນຕອນດໍາເນີນການສືບສວນ-ສອບສວນຫາຜູ້ຮ່ວມຂະບວນການ ເພື່ອຕິດຕາມຕົວໄປດໍາເນີນຄະດີຕາມກົດໝາຍ.