ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ເນັ້ນໃສ່ວຽກງານໂຄສະນາສຶກສາອົບຮົມເປັນວຽກງານສຳຄັນ ທັງນີ້ເພື່ອແນໃສ່ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ກຳໄດ້ເນື້ອໃນ ແລະ ລະບຽບການຂັບຂີ່ຢ່າງຖືກຕ້ອງ, ຖ້າທຸກຄົນເຂົ້າໃຈ ແລະ ພ້ອມກັນປະຕິບັດ ຈະເປັນການຫຼຸດຜ່ອນບັນຫາອຸບັດຕິເຫດທີ່ເກີດຂຶ້ນຢູ່ຕາມທ້ອງຖະໜົນ.

ພັຕ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງ ເປີດເຜີຍວ່າ: ວຽກງານໂຄສະນາ ແມ່ນໜຶ່ງໃນມາດຕະການຫຼຸດຜ່ອນການຈະລາຈອນແອອັດ ແລະ ອຸບັດຕິເຫດໃນນະຄອນຫຼວງວຽງຈັນ; ເຊິ່ງວຽກງານດັ່ງກ່າວ ເຈົ້າໜ້າທີ່ໄດ້ຖືເປັນສຳຄັນທີ່ສຸດໃນການໂຄສະນາເຜີຍ ແຜ່ລະບຽບກົດໝາຍໃຫ້ທົ່ວສັງຄົມຮັບ ຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ຖ້າຜູ້ຂັບຂີ່ທຸກຊັ້ນຄົນໃນສັງຄົມປະຕິບັດໄດ້ ກໍຈະເປັນການຫຼຸດຜ່ອນຈະລາຈອນແອອັດ ແລະ ອຸບັດຕິເຫດໃຫ້ຫຼຸດລົງໄດ້.


ໃນເດືອນກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ກໍໄດ້ສຸມໃສ່ ເຮັດວຽກງານຢ່າງຕັ້ງໜ້າ ໄດ້ເຄື່ອນໄຫວວຽກງານໂຄສະນາຢູ່ຕາມສະຖານທີ່ຕ່າງໆ ເປັນຕົ້ນແມ່ນບ້ານ, ສຳນັກງານ, ອົງການ ແລະ ໂຄສະນາຜ່ານສື່ມວນຊົນ ເພື່ອປູກຈິດສຳນຶກການຈະລາຈອນຂອງຜູ້ຂັບຂີ່, ທັງເປັນການກະຕຸກຊຸກຍູ້ໃຫ້ປະຕິບັດລະບຽບທີ່ວາງອອກຢ່າງເຂັ້ມງວດ, ໄດ້ໂຄສະນາທັງ ໝົດ 65 ຄັ້ງ, ມີຜູ້ເຂົ້າຮ່ວມ 1.700 ກວ່າຄົນ ຍິງ 900 ກວ່າຄົນ, ໂຄສະນາຜ່ານວິທະຍຸ, ໂທລະ ພາບ ແລະ ໜັງສືພິມ 16 ຄັ້ງ. ນອກຈາກນີ້, ຍັງໄດ້ໂຄສະນາຕາມສາຍທາງ 48 ຄັ້ງ, ໂຄສະນາຕາມໂຮງຮຽນ, ສະມາຄົມລົດຕຸກໆ-ຈຳໂບ້, ກອງພັນໃຫຍ່ 497 ແລະ ໂຄສະນາຕາມສະຖານທີ່ອື່ນໆ.

ຜ່ານການເຄື່ອນໄຫວໂຄສະນາຂອງເຈົ້າໜ້າທີ່ ເຫັນວ່າ ເຈົ້າໜ້າທີ່ວິຊາສະເພາະ ໄດ້ສຸມໃສ່ຢ່າງຕັ້ງໜ້າ ເປັນຕົ້ນແມ່ນເນື້ອໃນເອກະສານຂອງການໂຄສະນາ ແລະ ເຄື່ອນໄຫວໂຄສະນາຖືກຕ້ອງຕາມເປົ້າໝາຍ. ຄຽງຄູ່ກັນນີ້, ຜູ້ເຂົ້າຮ່ວມຮັບຟັງໄດ້ສຸມໃສ່ໃນການຮັບຟັງເນື້ອໃນ ແລະ ມີຄວາມສົນໃຈສູງຕໍ່ວຽກງານດັ່ງກ່າວ, ແຕ່ກົງກັນຂ້າມການໂຄສະນາຂອງເຈົ້າໜ້າທີ່ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ບໍ່ສາມາດດຶງດູດຄວາມສົນໃຈຂອງຜູ້ເຂົ້າຮ່ວມ. ນອກນີ້, ຜູ້ເຂົ້າ ຮ່ວມຍັງບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ເປັນຕົ້ນຜູ້ເຂົ້າຮ່ວມຈຳນວນຫຼາຍຍັງບໍ່ແມ່ນຜູ້ໃຊ້ລົດ-ໃຊ້ຖະໜົນ.

ຢ່າງໃດກໍຕາມ, ວຽກງານໂຄສະນາຍັງສືບຕໍ່ເຄື່ອນໄຫວໄປເລື້ອຍໆ ເພື່ອເຜີຍແຜ່ວຽກງານດັ່ງກ່າວໃຫ້ກວ້າງຂວາງສູ່ສັງຄົມ ແລະ ຈະມີເຈົ້າໜ້າທີ່ຕັ້ງບູດໂຄສະນາລະບຽບການສັນຈອນຢູ່ບຸນຊ່ວງເຮືອທ່າວັດຈັນ ແນໃສ່ໃຫ້ຜູ້ທີ່ມາຮ່ວມງານເຂົ້າຮ່ວມເຮັດກິດຈະກຳ ທັງເປັນການເຕືອນສະຕິການຂັບຂີ່ໄປໃນຕົວ.