ສຳມະນາວິທະຍາສາດ

ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຄັ້ງທີ I ກ່ຽວກັບ ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ທ່ານ ໜູຮັກ ພູມສະຫວັນ ໄລຍະປີ 1914-1975 ຂຶ້ນໃນວັນທີ 10 ຕຸລາ 2018, ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສິງທອງ ສິງຫາປັນຍາ ຮັກສາການຫົວໜ້າຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ ມີ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ມີບັນດາຜູ້ຊົງຄຸນວຸດທິໃກ້ຊິດຕິດແທດທີ່ເຄີຍດຳລົງຊີວິດ ແລະ ເຄື່ອນໄຫວເຮັດວຽກຮ່ວມກັບ ທ່ານ ໜູຮັກ ພູມສະຫວັນ, ອະດີດການນຳຂັ້ນສູງພັກ-ລັດ, ນັກຄົ້ນຄວ້າ ແລະ ພະນັກງານອາວຸໂສທີ່ກ່ຽວຂ້ອງ ເຂົ້າຮ່ວມ.

<===>

ທ່ານ ປອ ສິງທອງ ສິງຫາປັນຍາ ໃຫ້ຮູ້ໂດຍຫຍໍ້ວ່າ: 

ທ່ານ ໜູຮັກ ພູມສະຫວັນ ເກີດເມື່ອວັນທີ 9 ເມສາ 1914 ທີ່ບ້ານພາລຸກາ ເມືອງຫວ້ານໃຫຍ່ ແຂວງມຸກດາຫານ (ປະເທດໄທ); ຕັ້ງຢູ່ແຄມນໍ້າຂອງທາງຝັ່ງຂວາປະເທດລາວ, ເປັນບ້ານປຸກຢູ່ອາໄສຕາມດິນໄຮ່-ນາ ຊຶ່ງອາໄສດິນນາຄາດໄຖຫວ່ານກ້າປູກເຂົ້າ ແລະ ຫາປາລ້ຽງຊີບຢູ່ກັບນໍ້າຂອງ ໂດຍໃຊ້ເຮືອແພໄປມາຫາສູ່ກັນລະຫວ່າງ ລາວ-ໄທ, ບ້ານແມ່ນຢູ່ເຊິ່ງກັບບ້ານຈອມແກ້ວ ເມືອງຄັນທະບູລີ ແຂວງສະຫວັນນະເຂດ, ຊາວບ້ານຊາວເມືອງທັງສອງຝັ່ງຊ້າຍ-ຂວາ ຖືວ່າເປັນຊົນຊາດເຜົ່າລາວດຽວກັນ; ຕະຫຼອດໄລຍະຜ່ານມາ, ທ່ານໄດ້ປ່ຽນທັດສະນະຈາກນາຍທຶນນ້ອຍມາເປັນນັກປະຕິວັດ ຈາກຫຼັງມືເປັນໜ້າມື ໂດຍເດັດຂາດຢ່າງມະຫັດສະຈັນ, ທ່ານມີຄວາມຮັກຊາດລາວຢ່າງດູດດື່ມ, ອຸທິດຕົນເອງແກ່ການປະຕິວັດເພື່ອຊາດ, ເພື່ອປະຊາຊົນ ແລະ ເພື່ອການປະຕິວັດຢ່າງແທ້ຈິງ, ມີອຸດົມການຕໍ່ສູ້ກູ້ຊາດ, ເດັດດ່ຽວໜຽວແໜ້ນນຳພາການປະຕິບັດພາລະກິດປົດປ່ອຍຊາດຈົນເຖິງໄຊຊະນະສຸດທ້າຍ, ເປັນຜູ້ນຳແຫ່ງສັນຍາລັກຂອງພັກທີ່ມີຄວາມຈົງຮັກພັກດີ, ບໍລິສຸດສັດຊື່ຂາວສະອາດຢ່າງແທ້ຈິງທັງສ້າງຄວາມສາມັກຄີພາຍໃນພັກ-ພາຍໃນຊາດລາວ ໄດ້ເປັນຢ່າງດີຕະຫຼອດມາ ແລະ ສາມາດຕີເອົາຊະນະສັດຕູຜູ້ຮຸກຮານ ພ້ອມທັງປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ໃນປີ 1975.

<===>

ການສຳມະນານີ້ ແມ່ນເປັນການຢັ້ງຢືນຄືນມູນເຊື້ອຂອງ ທ່ານ ໜູຮັກ ພູມສະຫວັນ ເພື່ອເປັນການເກັບກຳ, ຮີບໂຮມ, ຮຽບຮຽງເອົາເຫດການປະຫວັດສາດ ແລະ ບົດຂຽນຄວາມຊົງຈຳ ແລະ ການດຳລົງຊີວິດຕ່າງໆຂອງ ທ່ານ ໜູຮັກ ພູມສະຫວັນ ມາເປັນຂໍ້ມູນພື້ນຖານໃຫ້ແກ່ການຈັດວາງສະແດງຮູບພາບ, ວັດຖຸພັນ ແລະ ກຽມເປີດອະນຸສອນສະຖານຂອງ ທ່ານ ໜູຮັກ ພູມສະຫວັນ ຢ່າງເປັນທາງການໃນຕົ້ນປີ 2019 ໃຫ້ເປັນຂະບວນຟົດຟື້ນ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ເຂົ້າມາທ່ຽວຊົມ ແລະ ເກັບກ່ຽວເອົາມູນເຊື້ອຂອງເພິ່ນ ໄປຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານຂອງຕົນໃຫ້ເກີດປະໂຫຍດສູງສຸດ.

<===>