ພົຈວ ບຸບຜາ ສີພົມມາ

ໄລຍະ 1 ປີ ຜ່ານມາ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ວຽກງານສະກັດກັ້ນ ແລະ ປາບປາມພວກຄົນບໍ່ດີລັກລອບຄ້າຂາຍຢາເສບຕິດໄດ້ 700 ເລື່ອງ, ຈັບຜູ້ກະທຳຜິດໄດ້ 1,078 ຄົນ ຍິງ 123 ຄົນ ໃນນີ້ມີຄົນຕ່າງປະເທດ 12 ຄົນ ແລະ ສາມາດຢືດຂອງກາງຢາເສບຕິດໄດ້ຫຼາຍລາຍການລວມທັງໝົດ 100 ກວ່າກິໂລກຼາມ.

ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ໜັງສືພິມຄວາມສະຫງົບ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 17 ປີ ໃນວັນທີ 10 ຕຸລາ 2018 ວ່າ: 

ໃນປີ 2018 ຄະນະກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຊີ້ນຳກຳລັງວິຊາສະເພາະສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານ 3 ຫຼຸດ, 3 ເພີ່ມ ແລະ 3 ຂະບວນການ, ໂດຍສະເພາະແມ່ນການຫຼຸດບັນຫາຢາເສບຕິດໃນນະຄອນຫຼວງວຽງຈັນ, ເຊິ່ງສະແດງອອກໃນ 1 ປີ ສາມາດມ້າງຄະດີຢາເສບຕິດໄດ້ 759 ຄະດີ, ຈັບຜູ້ກະທຳຜິດໄດ້ 1.078 ຄົນ ຍິງ 123 ຄົນ ໃນນີ້ມີຄົນຕ່າງປະເທດ 12 ຄົນ, ຍິງ 2 ຄົນປະກອບມີຄົນໄທ 3 ຄົນ ຍິງ 1 ຄົນ, ຄົນຫວຽດນາມ 7 ຄົນ ຍິງ 1 ຄົນ, ຄົນຈີນ 1 ຄົນ ແລະ ຊັນຊາດອາເມຣິກາ 1 ຄົນ, ສາມາດຢຶດຂອງກາງປະເພດຢາເສບຕິດ ແລະ ວັດຖຸອຸປະກອນທີ່ພົວພັນກັບການຄ້າຂາຍຢາເສບຕິດ ມີຄື: ຢາບ້າ 573.715 ເມັດ, ຢາໄອສ໌ 199 ກິໂລກຼາມ ກັບ 844.13 ກຼາມ ແລະ 12 ຖົງນ້ອຍ, ເຮໂຣອິນ 2 ຖົງນ້ອຍ, ຄັນຊາແຫ້ງ 67 ກິໂລກຼາມ ກັບ 12 ແທ່ງ, ຝຸ່ນປະສົມຢາບ້າສີແດງ 34 ກຼາມ, ຝຸ່ນປະສົມຢາບ້າສີຂາວ 15.9 ກຼາມ, ຢາບ້າເປື່ອຍ 3 ກິໂລກຼາມ, ລົດໃຫຍ່ 13 ຄັນ, ລົດຈັກ 17 ຄັນ, ປືນລະວີນ 1 ກະບອກ, ປືນສັ້ນ 7 ກະບອກ, ໝາກແຕກ 1 ໜ່ວຍ  ແລະ ເຄື່ອງອື່ນໆອີກຈຳນວນໜື່ງ.

ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ໃນວັນດຽວກັນ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ນຳເອົາຢາເສບຕິດທີ່ຖືກສານຕັດສີນແລ້ວໄປຈູດທຳລາຍຖີ້ມ ປະກອບມີ: ຢາບ້າ 50 ກິໂລກຼາມ, ຄັນຊາ 33 ກິໂລກຼາມ, ຢາໄອສ໌ 5.9 ກິໂລກຼາມ, ແປ້ງເຮັດຢາບ້າ 1.5 ກິໂລກຼາມ, ຄາເຟອິນ 308 ກິໂລກຼາມ ລວມນໍ້າໜັກ 388.4 ກິໂລກຼາມ.