ຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 11 ຕຸລາ ນີ້ວ່າ: ຕະຫຼາດຂາຍປາແຫ່ງໃໝ່ຂອງນະຄອນຫຼວງໂຕກຽວ ເປີດໃຫ້ບໍລິການຢ່າງເປັນທາງການ ໂດຍຕະຫຼາດແຫ່ງນີ້ເປັນຕະຫຼາດປາທີ່ຍ້າຍມາຈາກຕະຫຼາດເຂດຊຶກິຈິ ໃນໃຈກາງນະຄອນຫຼວງໂຕກຽວ, ເຊິ່ງຢຸດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 7 ຕຸລາ ຜ່ານມາ, ຫຼັງຈາກເປີດດຳເນີນການມາດົນນານເຖິງ 83 ປີ.

ແນວໃດກໍຕາມ, ຫຼາຍພາກສ່ວນຍັງມີຄວາມກັງວົນວ່າ ບັນຍາກາດຂອງຕະຫຼາດປາໂທໂຍສຸ ຈະບໍ່ສ້າງຄວາມດຶງດູດເທົ່າກັບຕະຫຼາດປາຊຶກິຈິ, ເຊິ່ງຕະຫຼອດໄລຍະ 80 ປີ ທີ່ຜ່ານມາ ຖືເປັນໜຶ່ງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໄປທົ່ວໂລກຈາກການເປັນຕະຫຼາດປະມູນປາຫຼາຍຊະນິດ ໂດຍສະເພາະປາທູນ່າ ເນື່ອງຈາກມີການຈັດປະມູນປາທູນ່າຂະໜາດໃຫຍ່ໃນມື້ປີໃໝ່ຂອງທຸກໆປີ.

ທ່ານ ນາງ ຍູຣິໂກະ ໂຄອິິເຄະ ຜູ້ວ່ານະຄອນຫຼວງໂຕກຽວ ກ່າວວ່າ: ຕະຫຼາດປາໂທໂຍສຸ ມີຄວາມຮຽບຮ້ອຍ, ມີການປັບປຸງໃຫ້ດີຂຶ້ນຫຼາຍ ໂດຍສະເພາະດ້ານຄວາມສະອາດ ແລະ ຄວາມປອດໄພ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຕະຫຼາດປາໂທໂຍສຸ ຈະສາມາດສ້າງຄວາມດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນຄືກັນກັບຕະຫຼາດແຫ່ງເກົ່າ.