ຮອງນາຍົກລັດຖະມົນຕີ - ກອງເລຂາ UNODC

ວັນທີ 24 ຕຸລາ 2018, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ທັນຢາ ຊານຕຸຊີ ກອງເລຂາກົນໄກທົບທວນ ຂອງ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພ້ອມຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າ  ຮ່ວມກອງປະຊຸມປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ພາກທີ II ການປ້ອງກັນ ແລະ ພາກທີ V ການເກັບກູ້ຊັບສິນ ຮອບວຽນທີ 2 ຂອງ ສປປ ລາວ ໃນລະຫວ່າງວັນທີ 22-24 ຕຸລາ 2018 ທີ່ນະຄອນຫຼວງວຽງຈັນ.

ທ່ານ ປອ ບຸນທອງ ຈິດມະນີ – ທ່ານ ນາງ ທັນຢາ ຊານຕຸຊີ

ທ່ານ ນາງ ທັນຢາ ຊານຕຸຊີ ໄດ້ລາຍງານການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືຄັ້ງນີ້, ໃຫ້ທ່ານຮອງນາຍົກລັດຖະມົນຕີ ຮັບຮູ້ ແລະ ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາຂອງ ອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງຢ່າງຕັ້ງໜ້າ ແລະ ມີໝາກຜົນໃນໄລຍະຜ່ານມາ.

ການເຂົ້າຢ້ຽມຂໍ່ານັບ

ໂອກາດນີ້, ທ່ານ ປອ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຄະນະກອງເລຂາກົນໄກທົບທວນຂອງ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ຮອບວຽນທີ 2 ຂອງ ສປປ ລາວ. ທັງນີ້, ກໍເພື່ອເປັນການທົບທວນຄືນວຽກງານການປະຕິບັດຕ້ານການສໍ້ລາດບັງຫຼວງຂອງລາວ ທັງເປັນການຊຸກຍູ້ສົ່ງເສີມເຮັດໃຫ້ການປະຕິບັດສົນທິສັນຍາດັ່ງກ່າວ ໃຫ້ນັບມື້ນັບມີໝາກຜົນຕື່ມອີກ.