ສູນກາງແນວລາວສ້າງຊາດ

ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຜົ້ງສາລີ ໃນລະຫວ່າງວັນທີ 18-20 ຕຸລາ 2018, ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄໍາເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ພ້ອມຄະນະ.

ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງພາຍໃນແຂວງຫຼາຍດ້ານ ໂດຍສະເພາະແມ່ນປະຫວັດມູນເຊື້ອ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດແຕ່ລະຂັ້ນ, ເຊິ່ງແນວລາວສ້າງຊາດ ໄດ້ສືບທອດ ແລະ ຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ເຂົ້າໃຈໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ປະຕິບັດສອງໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມດຽວກັນນັ້ນ, ທ່ານໄດ້ເນັ້ນໃຫ້ອົງຄະນະພັກແຂວງ ແຕ່ລະຂັ້ນ ຈົ່ງຖືສໍາຄັນ ແລະ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດຖັນແຖວພະນັກງານຫຼັກແຫຼ່ງ, ບັນດາສະມາຊິກພັກໃຫ້ກໍາແໜ້ນ ແລະ ເຊື່ອມຊຶມແນວທາງຂອງພັກຢ່າງເລິກເຊິ່ງ, ຕ້ານສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໄດ້ຢ່າງຂາດຕົວ, ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ, ມີສະຕິລະວັງຕົວຕໍ່ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ທີ່ຈະສວຍໃຊ້ຊົນເຜົ່າ, ສາສະໜາ ເພື່ອເຄື່ອນໄຫວແຕກແຍກຄວາມສາມັກຄີພາຍໃນ, ເຂົ້າຮ່ວມການປະຕິບັດແນວທາງນະໂຍບາຍຂອງພັກ, ປະຕິບັດຫຼັກທໍາຄໍາສອນທີ່ກ້າວໜ້າ, ເພີ່ມທະວີຄວາມສາມັກຄີ ແລະ ເຊີດຊູສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ແລະ ບັນດາຊັ້ນຄົນໃນເງື່ອນໄຂໃໝ່ແຫ່ງການເຊື່ອມໂຍງໃນພາກພື້ນ ແລະ ສາກົນ ເພື່ອຮັບປະກັນສະຖຽນ ລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ.

ສູນກາງແນວລາວສ້າງຊາດ

ນອກນັ້ນ, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ນໍາເອົາເຄື່ອງອຸປະໂພກຈໍານວນໜຶ່ງມາ ມອບໃຫ້ ແນວລາວສ້າງຊາດແຂວງ ເຊັ່ນ: ຜ້າຫົ່ມ ເຊິ່ງກ່າວຮັບໂດຍ ທ່ານ ຄໍາເຈນ ວົງໂພສີ.