ຊາວນະຄອນຫຼວງວຽງຈັນ ຮ່ວມກັນໃສ່ບາດ ວັນບຸນອອກພັນສາປະວໍລະນາ

0
1498
ວັນບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2561

ປວງຊົນລາວຊາວນະຄອນຫຼວງວຽງຈັນ ຕະຫຼອດຮອດປວງຊົນລາວທັງຊາດ ໄດ້ພ້ອມພຽງຮຽງໜ້າກັນນໍາພາລູກ-ຫຼານເຂົ້າວັດເຮັດບຸນໃສ່ບາດ ໃນງານບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2561 ເຊິ່ງກົງກັບວັນທີ 24 ຕຸລາ 2018 ເພື່ອລະນຶກເຖິງຄຸນພຣະຣັດຕະນະໄຕຣ ກໍຄືຄຸນແກ້ວ 3 ປະການ ພ້ອມທັງອຸທິດສ່ວນກຸສົນໄປໃຫ້ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ. ສໍາລັບຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນວັດອົງຕື້ມະຫາວິຫານ ແລະ ວັດອື່ນໆ ພໍ່-ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມໃສ່ບາດເປັນຈໍານວນຫຼວງຫຼາຍ ໂດຍການນໍາພາຂອງ ທ່ານ ນາງ ຄໍາເມີງ ວໍລະຈິດ ພັນລະຍາປະທານປະເທດ.

ທ່ານ ນາງ ຄໍາເມີງ ວໍລະຈິດ ພັນລະຍາປະທານປະເທດ

ບຸນອອກພັນສາປະວໍລະນາ ( ຂຶ້ນ 15 ຄໍ່າ ເດືອນ 11 ) ເປັນປະເພນີດັ້ງເດີມທີ່ເຄີຍປະຕິບັດສືບ ທອດກັນມາແຕ່ສະໄໝພຸດທະການ ໃນມື້ອອກພັນສາ ມີຫຼາຍພິທີກໍາສໍາຄັນປະຕິບັດ ເຊັ່ນ: ໄປເຮັດບຸນໃສ່ບາດ, ຖວາຍສັງຄະທານ ແລະ ເຮັດພາເຂົ້າໄປວັດ ເພື່ອລະນຶກເຖິງຄຸນພຣະຣັດຕະນະໄຕຣ ກໍຄືຄຸນແກ້ວ 3 ປະການ ຄື: ຄຸນພຣະພຸດ, ຄຸນພຣະທໍາ ແລະ ຄຸນພຣະສົງ ພ້ອມທັງອຸທິດສ່ວນບຸນກຸສົນໄປໃຫ້ຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ; ພ້ອມນີ້, ກໍມີການເຂົ້າວັດປະຕິບັດທໍາ-ຟັງທໍາມະເທສະໜາ, ໃນຕອນບ່າຍກໍຈະມີການມະຫາປະວໍລະນາພະອົງ ໂດຍຈະມີການນິມົນເອົາພຣະຈາກວັດຕ່າງໆມາປະວໍລະນາອອກພັນສາ ທີ່ມີຄວາມໝາຍວ່າ ເປັນການເປີດໂອ ກາດໃນການກ່າວຕັກເຕືອນເຊິ່ງກັນແລະກັນ ລະຫວ່າງຄະນະສົງດ້ວຍກັນໃນຂໍ້ບົກພ່ອງຜິດພາດ ຫຼື ລ່ວງເກີນໃນລະຫວ່າງທີ່ຈໍາພັນສາຢູ່ນໍາກັນ ເພື່ອຈະໄດ້ສໍາລວມລະວັງ ແລະ ປັບປຸງແກ້ໄຂຕົນເອງ ເພື່ອຄວາມຈະເລີນຂອງພຣະທໍາວິໄລ ແລະ ຄວາມຜາສຸກໃນການຢູ່ຮ່ວມກັນຕໍ່ໄປ.

ປະຊາຊົນພາກັນເຂົ້າວັດເຮັດບຸນໃສ່ບາດ

ຫຼັງຈາກນັ້ນ, ໃນຕອນຄໍ່າຕາມວັດວາອາຮາມ ກໍມີການປະດັບປະດາດ້ວຍທູບ-ທຽນ, ເຮືອໄຟໂຄກ ແລະ ຈູດບັ້ງໄຟດອກໃນຍາມຄໍ່າຄືນ ສ່ວນຢູ່ຕາມແມ່ນໍ້າລໍາເຊຕ່າງໆ ໂດຍສະເພາະແມ່ນໍ້າ ຂອງ ກໍມີພິທີໄຫຼເຮືອໄຟ, ໄຫຼກະທົງຢ່າງສວຍງາມ ເຊິ່ງຄວາມໝາຍຂອງການໄຫຼເຮືອໄຟ ແມ່ນເພື່ອບູຊາຮອຍພຣະພຸດທະບາດ ທີ່ຢຽບໄວ້ໃນພື້ນນໍ້າ ຫຼື ເມືອງບາດານ, ເພື່ອບູຊາຄຸນຂອງແມ່ນໍ້າທີ່ໄດ້ເຮັດສິ່ງເປື້ອນເປິລົງໃສ່, ການໄຫຼເຮືອໄຟ ແລະ ການລອຍກະທົງ ຍັງເປັນການໄຫຼສິ່ງທີ່ບໍ່ດີ, ເຄາະຮ້າຍໂພຍໄພ ແລະ ພະຍາດຕ່າງໆ ໃຫ້ໄຫຼໄປກັບສາຍນໍ້າ.