ໃນວັນທີ 23 ຕຸລາ 2018, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເປີດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງຄະນະຊາວໜຸ່ມ-ສະຫະພັນແມ່ຍິງ ປກສ ແຂວງ ຄຳມ່ວນ ສປປ ລາວ ແລະ ຄະນະຊາວໜຸ່ມ-ສະຫະພັນແມ່ຍິງ ກອງບັນຊາການຕໍາຫຼວດແຂວງກວາງບິ່ງ ສສ ຫວຽດນາມ, ນຳໂດຍ ພັທ ຫງວຽນຟູ້ຫງັ໋ອກ ຫົວໜ້າຫ້ອງການເມືອງ ກອງບັນຊາການຕຳຫຼວດ
ແຂວງກວາງບິ່ງ ແລະ ພັທ ຄຳຮຸ່ງ ອາລຸນສັກ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງຄຳມ່ວນ.

ການແລກປ່ຽນບົດຮຽນກັນໃນຄັ້ງນີ້, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບກາປະຕິບັດວຽກງານໃນໄລຍະຜ່ານມາ, ເຊິ່ງຝ່າຍ ປກສ ແຂວງຄຳມ່ວນ ພັທ ຄຳຮຸ່ງ ອາລຸນສັກ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຜ່ານການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຢ່າງເປັນປົກກະຕິ, ຕໍ່ເນື່ອງ ໄດ້ເຮັດໃຫ້ບັນດາສະມາຊິກຊາວໜຸ່ມ-ແມ່ຍິງທົ່ວກຳລັງ ປກສ ແຂວງຄຳມ່ວນ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມຈົງຮັກພັກດີ, ມີຄວາມຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ມີຄວາມຕື່ນຕົວເຮັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ດ້ານວຽກງານວິຊາສະເພາະຜ່ານມາສະມາຊິກຊາວໜຸ່ມ-ແມ່ຍິງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະກອບສ່ວນເຮັດວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ປ້ອງກັນຜູ້ນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ສຳນັກງານ-ອົງການ ແລະ ກອງປະຊຸມຂັ້ນຕ່າງໆ, ວຽກງານຂະບວນການ ແມ່ນໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງ ແລະ ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ຕິດພັນກັບການເຮັດໜ້າທີ່ວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້.

ຈາກນັ້ນ, ພັທ ຫງວຽນຟູ້ຫງັ໋ອກ ໄດ້ຍົກໃຫ້ເຫັນກ່ຽວກັບວຽກງານການນຳພາຄະນະຊາວໜຸ່ມ-ສະຫະພັນແມ່ຍິງ ກອງບັນຊາການຕຳຫຼວດແຂວງກວາງບິ່ງ ສສ ຫວຽດນາມ ເພື່ອເປັນການແລກປ່ຽນບົດຮຽນຂອງທັງສອງຝ່າຍ, ຈາກນັ້ນ ຜູ້ນຳຄະນະຊາວໜຸ່ມ-ສະຫະພັນແມ່ຍິງທັງສອງຝ່າຍ ກໍໄດ້ມອບຂອງຂວັນທີ່ລະນຶກໃຫ້ກັນແລະກັນ.

ໃນຕອນບ່າຍຂອງວັນດຽວກັນ, ຄະນະຊາວໜຸ່ມ-ແມ່ຍິງ ທັງສອງແຂວງ ກໍໄດ້ສ້າຂະບວນການແຂ່ງຂັນກິລາບານສົ່ງ ແລະ ເຕະບານຮ່ວມກັນ ເພື່ອເປັນການເພີ່ມຄວາມຮັກແພງສາມັກຄີກັນຂຶ້ນຕື່ມ.