ໃນອາທິດຜ່ານມາ, ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດຊຸດຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ພະນັກງານ-ນັກຮົບທົ່ວກຳລັງວິຊາສະເພາະແຂວງອຸດົມໄຊ, ເປັນປະທານໂດຍ ພັທ ຄຳໝັ້ນ ເຍີມທະ
ລັນ ຫົວໜ້າພະແນກ, ເຂົ້າຮ່ວມໂດຍ ພັທ ຄຳເພົ້າ ຈັນສະຫວັນ ຮອງຫົວໜ້າຫ້ອງຕຳຫຼວດ ຜູ້ຊີ້ນຳພະແນກຕຳຫຼວດຈະລາຈອນ ແລະ ມອດໄຟ ປກສ ແຂວງອຸດົມໄຊ, ມີຄະນຮັບຜິດຊອບ, ພະນັກງານວິຊາການ ແລະ ພະນັກງານ-ນັກຮົບທີ່ກ່ຽວຂ້ອງເຂົ້າຮ່ວມ 40 ກວ່າ
ສະຫາຍ.

ພັທ ຄຳໝັ້ນ ເຍີມທະລັນ ໄດ້ກວ່າເປີດຊຸດຝຶກອົບຮົມ ພ້ອມທັງຮຽກຮ້ອງໃຫ້ຄະນະຮັບຜິດຊອບ, ຄູຝຶກຕະຫຼອດຮອດນັກສຳມະນາກອນທຸກສະຫາຍໃຫ້ຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ໃນການຜັນຂະຫຍາຍ, ເຜີຍແຜ່ ແລະ ກຳເອົາບັນດາເນື້ອໃນຕ່າງໆ ນັບທັງທິດສະດີ ແລະ ພຶດຕິກຳຕົວຈິງໃຫ້ມີຄວາມຮັບປະກັນ ເພື່ອເຮັດໃຫ້ວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພນັບມື້ໄດ້ຮັບການພັດທະນາ, ວ່ອງໄວ ແລະ ທັນສະໄໝ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນສະພາບການຕະຫຼອດເວລາ ເວົ້າສະເພາະແມ່ນການກະກຽມ ແລະ ແກ້ໄຂເຫດການທີ່ເກີດຂຶ້ນໃຫ້ມີຄວາມຮັບປະກັນ, ປອດໄພດ້ານຊີວິດ, ສຸຂະພາບ ແລະ ຊັບສິນ ຈາກເຫດການທີ່ຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ໜ້ອຍລົງ.

ຈາກນັ້ນ, ຄະນະຮັບຜິດຊອບຄູຝຶກ ແລະ ນັກວິຊາການກໍ່ໄດ້ຜັດປ່ຽນກັນຂຶ້ນອະທິບາຍດ້ານທິດສະດີ, ເລີ່ມຈາກການກະກຽມ, ກວດກາຄວາມພ້ອມແຕ່ລະດ້ານ, ວິທີການ, ຂັ້ນຕອນຂອງ
ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພທີ່ຖືກວິທີ ມີຄວາມຮັບປະກັນ ແລະ ທັນເຫດການ. ພ້ອມນັ້ນຍັງໄດ້ລົງສາທິດທົດລອງໃນພາກປະຕິບັດຕົວຈິງຂອງຂັ້ນຕອນ ແລະ ວິທີການດັບ, ມອດໄຟແຕ່ລະປະເພດ, ແຕ່ລະຂະໜາດທີ່ເປັນເຫດການໃຫ້ມີອັກຄີໄພເກີດຂຶ້ນ, ທັງນີ້ກໍເພື່ອເປັນການສ້າງໃຫ້ກຳລັງວິຊາສະເພາະວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃນທົ່ວແຂວງອຸດົມໄຊ ໃຫ້ນັບມື້ມີຄວາມສຳນິສຳນານ ແລະ ຍົກສູງສະຕິກຽມພ້ອມຕະຫຼອດເວລາ.