ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ (ວປສ ແຫ່ງຊາດ) ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ ແລະ ມອບໃບຍ້ອງຍໍໃຫ້ນັກສຶກສາລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 14/2 ໃນວັນທີ 30 ຕຸລາ 2018, ເປັນກຽດປະດັບຊັ້ນໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ຜູ້ອຳນວຍການ ວປສ ແຫ່ງຊາດ, ມີບັນດາຄະນະພັກ-ຄະນະອຳນວຍການ, ຄະນະວິຊາ, ຫ້ອງ ແລະ ນັກສຶກສາຮຸ່ນດັ່ງກ່າວ ເຂົ້າຮ່ວມ.

ພັທ ປອ ສີພອນ ພັນທະວົງ ຫົວໜ້າຫ້ອງການເມືອງ ວປສ ແຫ່ງຊາດ ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ສະບັບເລກທີ 1969/ ປກສ, ລົງວັນທີ 24 ຕຸລາ 2018 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທີ່ສໍາເລັດການສຶກສາລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 14/2 ຈາກ ວປສ ແຫ່ງຊາດ ສົກປີ 2018. ໃນນີ້, ລັດຖະມົນຕີກະຊວງ ປກສ ຕົກລົງເລື່ອນຊັ້ນ ພັຕ ຂຶ້ນ ພັທ 1 ສະຫາຍ, ຮອ ຂຶ້ນ ພັຕ 2 ສະຫາຍ ແລະ ຮທ ຂຶ້ນ ຮອ 3 ສະຫາຍ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ສະບັບເລກທີ 3381/ກມປສ, ລົງວັນທີ 22 ຕຸລາ 2018 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທີ່ສໍາເລັດການສຶກສາລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 14/2 ຈາກ ວປສ ແຫ່ງຊາດ ສົກປີ 2018. ໃນນັ້ນ, ເລື່ອນຊັ້ນ ຮຕ ຂຶ້ນ ຮທ 12 ສະຫາຍ ຍິງ 2 ສະຫາຍ;

ເປັນກຽດປະດັບຊັ້ນໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ

ພ້ອມນັ້ນ, ຍັງໄດ້ມອບໃບຍ້ອງຍໍຕໍ່ຜູ້ທີ່ມີຄວາມຫ້າວຫັນ ແລະ ດຸໝັ່ນໃນການສຶກສາຮໍ່າຮຽນ ເຊິ່ງໄດ້ຮັບຍ້ອງຍໍຂັ້ນກົມໃຫຍ່ການເມືອງ 18 ສະຫາຍ ຍິງ 1 ສະຫາຍ, ຂັ້ນ ວປສ ແຫ່ງຊາດ 30 ສະຫາຍ ຍິງ 1 ສະຫາຍ ແລະ ໃບຊົມເຊີຍ 38 ສະຫາຍ ຍິງ 1 ສະຫາຍ.

ໂອກາດດັ່ງກ່າວ, ທ່ານຜູ້ອຳນວຍການ ວປສ ແຫ່ງຊາດ ໄດ້ຊົມເຊີຍຕໍ່ຜົນງານຂອງແຕ່ລະສະຫາຍທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໃຫ້ທິດຊີ້ນຳຕໍ່ບັນດາສະຫາຍ ຜູ້ທີ່ໄດ້ສຳເລັດການສຶກສາ ແລະ ເລື່ອນຊັ້ນໃນຄັ້ງນີ້ ຈົ່ງເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເມື່ອກັບໄປປະຈຳຢູ່ບັນດາກົມກອງຂອງຕົນສັງກັດ ທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄົ້ນຄວ້າຮໍ່າຮຽນໃຫ້ເປັນປົກກະຕິ ແລະ ຢ່າງຕໍ່ເນື່ອງ ເພື່ອຍົກສູງລະດັບຄວາມຮູ້-ຄວາມສາມາດທາງດ້ານທິດສະດີ, ວິຊາສະເພາະ ແລະ ພາສາຕ່າງປະເທດ ແນໃສ່ພັດທະນາຕົນເອງ ກໍຄືກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

ນັກສຶກສາລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 14/2