ໃນອາທິດແລ້ວນີ້, ກອງບັນຊາການ ປກສ ເມືອງປາກແຊງ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຫົວໜ້າ ປກສ ເມືອງ ໂດຍການເຂົ້າຮ່ວມຂອງ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ທ່ານ ຈັນສຸກ ພັນໂດລັກ ເຈົ້າເມືອງໆປາກແຊງ, ມີຫົວໜ້າພະແນກ, ຮອງພະແນກ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພັທ ອ່ອນຈັນ ວິໄລຈິດ ຫົວໜ້າຫ້ອງການເມືອງ ປກສ ແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດຂັ້ນກອງບັນຊາການ ປກສ ແຂວງຫຼວງພະບາງ ສະບັບເລກ ທີ1842/ປກສ, ລົງວັນທີ 9 ຕຸລາ 2018 ຄື: ແຕ່ງຕັ້ງ ພັທ ໃຈເພັດ ສິລິວັນ ຮອງຫົວໜ້າຫ້ອງການ ປກສ ແຂວງຫຼວງພະບາງ ເປັນຫົວ ໜ້າກອງບັນຊາການ ປກສ ເມືອງປາກແຊງ; ສ່ວນຮອງທີ່ມີຢູ່ແມ່ນຮັກສາໄວ້ຄືເກົ່າ.

ໂອກາດດັ່ງກ່າວ, ພົຈວ ສົມ ຈັນ ແກ້ວຈັນດາ ໄດ້ໂອ້ລົມຕໍ່ພິທີດັ່ງກ່າວວ່າ: “ເພື່ອເປັນການຕອບ ສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະວຽກງານ ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງບແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອເຮັດໃຫ້ສໍາເລັດຫນ້າທີ່ການເມືອງທີ່ໄດ້ມອບໝາຍເປັນຢ່າງດີ ພ້ອມທັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ ຈົ່ງເອົາໃຈໃສ່ຊີ້ນໍາພາແກ້ໄຂຈຸດຄົງຄ້າງທີ່ມີໃຫ້ໝົດໄປເທື່ອລະກ້າວ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມທີ່ຍາດມາໄດ້ໃນໄລຍະຜ່ານມາສືບຕໍ່ບັນດາແຜນການໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.