ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນ ໂດຍເກີດມາຈາກຫຼາຍສາເຫດທີ່ແຕກຕ່າງກັນ; ໃນນັ້ນ, ສາເຫດຫຼັກໆທີ່ພາໃຫ້ເກີດອຸບັດ ຕິເຫດ ແມ່ນເກີດຈາກຕົວຂອງນັກຂັບຂີ່ເອງທີ່ຖືເບົາ ແລະ ລະເມີດກົດລະບຽບຈະລາຈອນ.

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ຢູ່ ນວ ໃນແຕ່ລະວັນຈະມີນັກຂັບຂີ່ຈໍານວນຫຼວງຫຼາຍທີ່ນໍາໃຊ້ລົດ-ໃຊ້ຖະໜົນ ເຮັດໃຫ້ນັກຂັບຂີ່ ຍັງສືບຕໍ່ລະເມີດກົດລະບຽບຈະລາຈອນຫຼາຍຂຶ້ນ ເປັນຕົ້ນແມ່ນ ດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບຂີ່ລົດບໍ່ຖືກຊ່ອງທາງຈະລາຈອນ, ຂັບລົດໄວເກີນກໍານົດ, ບໍ່ໃຫ້ກຽດເຊິ່ງກັນແລະກັນ ຈົນເຮັດໃຫ້ເກີດອຸບັດຕິເຫດຕາມມາ, ເຊິ່ງໃນອາທິດຜ່ານມາ ມີອຸບັດຕິເຫດເກີດຂຶ້ນ 27 ຄັ້ງ, ພາຫະນະເປ່ເພ 45 ຄັນ, ຄົນໄດ້ຮັບບາດ ເຈັບ 31 ຄົນ ແລະ ເສຍຊີວິດ 7 ຄົນ;

ຈາກອຸບັດຕິເຫດທີ່ເກີດຂຶ້ນນັ້ນ ນັກຂັບຂີ່ໄດ້ລະເມີດກົດລະບຽບຈະລາຈອນ, ດື່ມສິ່ງມຶນເມົາ ແລ້ວຂັບຂີ່ມີ 16 ຄົນ, ບໍ່ມີໃບຂັບຂີ່ 21 ຄົນ, ອາຍຸບໍ່ເຖິງກະສຽນ 2 ຄົນ ແລະ ເຕັກນິກລົດບໍ່ຮັບປະ ກັນ 1 ຄັນ.

ເຖິງຢ່າງໃດກໍຕາມ, ເພື່ອຮັບປະກັນ ບໍ່ໃຫ້ນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ແລະ ຮັບ ປະກັນໃຫ້ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼຸດລົງ ຄະນະພະແນກຈະສືບຕໍ່ຊີ້ນໍາ-ນໍາພາເຈົ້າໜ້າທີ່ຕໍາຫຼວດຈະລາຈອນທົ່ວນະຄອນຫຼວງ ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະ ເຊັ່ນ: ຈັດສັນລະບຽບຕາມສາຍທາງ, ຕັ້ງດ່ານກວດກາຍານພາຫະນະທັງເວັນ ແລະ ຄືນ, ກວດກາທາດເຫຼົ້າ, ຈັບຄວາມໄວ, ລະບາຍການສັນຈອນ ແລະ ລົງໂຄສະນາ ເຜີຍແຜ່ລະບຽບຈະລາຈອນຢູ່ຕາມສາຍທາງຕ່າງໆ, ໂຮງຮຽນ, ສະຖາບັນການສຶກສາ, ບໍລິສັດ-ຫ້າງຮ້ານ, ໂຮງງານ ແລະ ສະຖານທີ່ແອອັດ ເພື່ອໃຫ້ປະຊາຊົນທຸກຊັ້ນຄົນຮັບຮູ້ ແລະ ເຂົ້າ ໃຈຕໍ່ລະບຽບຈະລາຈອນ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ ເພື່ອເຮັດໃຫ້ບັນຫາດັ່ງກ່າວຫຼຸດລົງເທື່ອລະກ້າວ.