ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ

ໃນວັນທີ 30 ຕຸລາ 2018, ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີປະກາດການແຕ່ງຕັ້ງໂຍກຍ້າຍ ແລະສັບຊ້ອນ ພະນັກງານຂັ້ນນຳພາ-ບັນຊາ, ເປັນປະທານໂດຍ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີ ທ່ານ ສະນັ່ນ ສີພາພົມມະຈັນ ເຈົ້າເມືອງໆໂຂງ ແລະ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ໄຊຍະລາ ສາຍນາທິ ຮອງພະແນກຈັດຕັ້ງພະນັກງານ ຕາງໜ້າຈາກຫ້ອງການເມືອງ ປກສ ແຂວງຈຳປາສັກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງຈຳປາສັກ ສະບັບເລກທີ 8921/ປກສ ລົງວັນທີ 19/10/2018 ວ່າດ້ວຍ ການແຕ່ງຕັ້ງໂຍກຍ້າຍ ແລະ ສັບຊ້ອນພະນັກງານຂັ້ນນຳພາ-ບັນຊາ ຢູ່ກອງບັນຊາການ ປກສ ເມືອງໂຂງ. ໃນນັ້ນ, ໄດ້ແຕ່ງຕັ້ງ ພັທ ສົມສະໜຸກ ພະໄຊສົມບັດ ຮອງຫ້ອງຫົວໜ້າການເມືອງ ປກສ ແຂວງຈຳປາສັກ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ເປັນ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງໂຂງ ແລະ ແຕ່ງຕັ້ງໂຍກຍ້າຍ ພັທ ທອງດຳ ສີຫາວົງ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງໂຂງ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າສະຫະພັນນັກຮົບເກົ່າເມືອງໂຂງ. ການແຕ່ງຕັ້ງໂຍກຍ້າຍ ແລະ ສັບຊ້ອນພະນັກງານນຳພາ-ບັນຊາໃນຄັ້ງນີ້ ກໍເພື່ອເປັນການປັບປຸງລະບົບການຈັດຕັ້ງ ໃຫ້ສອດຄ່ອງກັບໜ້າທີ່ວຽກງານ, ທັງເປັນຄວາມຮຽກຮ້ອງຕ້ອງການ ແລະ ຈຳເປັນເພື່ອດັດປັບເຂົ້າໃນໜ້າທີ່ການເມືອງ ໃນໄລຍະໃໝ່ຂອງວຽກງານຮັກສາຄວາມສະຫງົບ ຢູ່ ແຂວງຈຳປາສັກ ໃຫ້ໄດ້ຮັບປະສິດທິຜົນດີຂຶ້ນ.

ໃນພິທີ, ພົຈວ ສີພັນ ວົງເຮືອງຄຳ ໄດ້ຍົກໃຫ້ເຫັນສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ເວົ້າລວມ, ເວົ້າສະເພາະຢູ່ແຂວງຈຳປາສັກ ຕ້ອງໄດ້ເປັນເຈົ້າການເອົາໃຈໃສ່ເພີ່ມທະວີເຮັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ ພ້ອມທັງເນັ້ນໃຫ້ບັນດາສະຫາຍທີ່ໄດ້ຖືກແຕ່ງຕັ້ງໂຍກຍ້າຍ ແລະ ສັບຊ້ອນໃນຄັ້ງນີ້ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ ຊີ້ນຳ-ນຳພາໃນຂົງເຂດວຽກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໂຍກຍ້າຍ ແລະ ສັບຊ້ອນພະນັກງານ

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: 

ກອງບັນຊາການ ປກສ ເມືອງໂພນທອງ ໄດ້ຈັດພິທີປະກາດການແຕ່ງຕັ້ງໂຍກຍ້າຍ ແລະ ສັບຊ້ອນພະນັກງານຂັ້ນນຳພາ-ບັນຊາ, ເຂົ້າຮ່ວມໂດຍ ທ່ານ ຂັນຄຳ ສຸລິວົງ ເຈົ້າເມືອງໆໂພນທອງ, ມີ ພັທ ຖາວອນ ບຸນກອງພິມ ຮອງກອງບັນຊາການ ປກສ ແຂວງຈຳປາສັກ ແລະ ພັທ ສີນຳ ໄຊປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງໂພນທອງ ພ້ອມຄະນະ ເຂົ້າຮ່ວມ.

ພັທ ໄຊຍະລາ ສາຍນະທີ ຮອງພະແນກຈັດຕັ້ງພະນັກງານ ຕາງໜ້າຈາກຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງຈຳປາສັກ ສະບັບເລກທີ 8920/ປກສ ລົງວັນທີ 19 ຕຸລາ 2018 ວ່າດ້ວຍ ການແຕ່ງຕັ້ງໂຍກຍ້າຍ ແລະ ສັບຊ້ອນພະນັກງານຢູ່ ກອງບັນຊາການ ປກສ ເມືອງໂພນທອງ. ໃນນັ້ນ, ໄດ້ແຕ່ງຕັ້ງໂຍກຍ້າຍ ພັທ ເກດແກ້ວ ບຸນສະຫວັດ ຮອງກອງບັນຊາການ ປກສ ເມືອງໂພນທອງ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນ ຮອງຫ້ອງການເມືອງ ປກສ ແຂວງຈຳປາສັກ.