ພັອ ຄຳກິ່ງ ຜຸຍຫຼ້າມະນີວົງ - ພັອ ປອ ມາລາ ວິລະຈິດ

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (512) ກະຊວງ ປກສ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າກົມ ເພີ່ມຕື່ມອີກ 1 ທ່ານ ໃນວັນທີ 1 ພະຈິກ 2018, ໂດຍມີ ພັອ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ພັອ ປອ ມາລາ ວິລະຈິດ ຫົວໜ້າກົມ 512 ພ້ອມດ້ວຍບັນດາຄະນະພັກ-ຄະນະບັນຊາ, ພະນັກງານພາຍໃນກົມ 512 ເຂົ້າຮ່ວມ.

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (512)

ພັທ ປອ ບັນເທົາ ພິມພິສານ ຮອງຫົວໜ້າກົມ 512 ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ສະບັບເລກທີ 1835/ປກສ ລົງວັນທີ 9 ຕຸລາ 2018 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ. ໃນນັ້ນ, ລັດຖະມົນຕີກະຊວງ ປກສ ໄດ້ຕົກລົງແຕ່ງຕັ້ງ ພັທ ທັດສະພອນ ວົງພະຈັນ ເປັນຮອງຫົວໜ້າກົມ 512ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ. ປັດຈຸບັນ, ຄະນະກົມ 512 ມີທັງໝົດ 5 ທ່ານ ( ຫົວໜ້າ 1 ທ່ານ ແລະ ຮອງຫົວໜ້າ 4 ທ່ານ ).

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (512) ພິທີປະກາດແຕ່ງຕັ້ງຮອງຫົວໜ້າກົມ

ໂອກາດດັ່ງກ່າວ, ພັອ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ສະແດງຄວາມຊົມເຊີຍ ພ້ອມທັງຊີ້ນຳໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈົ່ງເປັນເຈົ້າການໃນການຊີ້ນຳ-ນຳພາພະນັກງານຕັ້ງໜ້າ ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ຢ່າງເຂັ້ມງວດ ເພື່ອພັດທະນາຕົນເອງ ກໍຄື ກົມກອງ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.