ຮອງນາຍົກ ຊຸກຍູ້ການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ

0
1082

ໃນວັນທີ 6 ພະຈິກ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຊຸກຍູ້, ຕິດຕາມ-ກວດກາຄວາມຄືບໜ້າໃນການກະກຽມວຽກງານດ້ານຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018) ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ 2018 ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງວຽງໄຊ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ

ໃນການເຄື່ອນໄຫວຊຸກຍູ້, ຕິດຕາມກວດກາໃນຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີພ້ອມຄະນະ ກໍໄດ້ລົງກວດກາການກໍ່ສ້າງພື້ນຖານໂຄງລ່າງ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງ ເມືອງວຽງໄຊ ຄົບຮອບ 50 ປີ ເປັນຕົ້ນສະໜາມຫຼວງ, ສະໂມສອນເມືອງ, ໜອງນໍ້າຜາຫ້າ, ເດີ່ນບິນ ແລະອື່ນໆ ໂດຍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ຈາກ ທ່ານ ພູໂຊນ ທໍາມະວີໄຊ ຮອງເຈົ້າແຂວງໆຫົວພັນ ເຊິ່ງມາຮອດປັດຈຸບັນ ການກະກຽມຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະ ຈໍານວນ 9 ໂຄງການ ເປັນຕົ້ນໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ 5 ແຍກ ບ້ານບັກ ຫາ ໂຮງຮຽນການເມືອງ-ການປົກຄອງ ແລະ ເຖິງ 3 ແຍກ ທາງເລກ 6, ໂຄງການກໍ່ສ້າງສວນສາທາລະນະ, ໂຄງການກໍ່ສ້າງສ້ອມແປງຫໍວັດທະນະທໍາ, ໂຄງການພັດທະນາໜອງນ້ຳຜາທ້າວ ແລະ ທາງປູແຮ່, ໂຄງການກໍ່ສ້າງທາງປູຢາງອ້ອມສະໜາມຫຼວງ, ໂຄງການສ້ອມແປງທາງປູຢາງເທດສະບານເມືອງວຽງໄຊ ແມ່ນສຳເລັດ 100%, ສຳລັບໂຄງການກໍ່ສ້າງສະໜາມຫຼວງ ສຳເລັດ 91%, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ຮ່ອງລະບາຍນ້ຳ ສຳເລັດ 98%, ໂຄງການກໍ່ສ້າງສ້ອມແປງສະໂມສອນເມືອງວຽງໄຊ ສຳເລັດ 99% ໂຄງການກໍ່ສ້າງວົງວຽນ 5 ແຍກສໍາເລັດ 93%, ໂຄງການກໍ່ສ້າງໂຕໜັງສືໃຫຍ່ ໃສ່ຜາຫີນ ສຳເລັດ 83%, ສັງລວມແລ້ວ ມາຮອດປັດຈຸບັນທຸກໜ້າວຽກແມ່ນມີຄວາມຄືບໜ້າດີ ແລະ ຄາດວ່າໜ້າວຽກທັງໝົດ ຈະໃຫ້ສໍາເລັດກ່ອນວັນທີ 16 ພະຈິກ 2018.

ກະກຽມການສະເຫຼີມສະຫຼອງ ເມືອງວຽງໄຊ ຄົບຮອບ 50 ປີ

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສວ່ນທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດເປັນຢ່າງດີ. ພ້ອມທັງໄດ້ຊີ້ນໍາໃຫ້ແກ່ຄະນະຮັບຜິດຊອບ ຈົ່ງເອົາໃຈໃສ່ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນບັນດາໜ້າວຽກທີ່ຍັງບໍ່ທັນສໍາເລັດ. ນອກຈາກນັ້ນ, ກໍໃຫ້ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ເປັນລະບຽບໃນສັງຄົມ ໃຫ້ມີຄວາມຮັບປະກັນ 100%. ສ່ວນດ້ານງົບປະມານທີ່ຍັງຄົງຄ້າງ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ປະກອບເອກະສານແລ້ວນໍາສະເໜີຂັ້ນເທິງຕາມຂັ້ນຕອນ ແລະ ລະບຽບການ. ອັນສຳຄັນແມ່ນ ໃຫ້ແຕ່ລະອານຸກໍາມະການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ມີຄວາມເປັນເອກະພາບ ແລະ ຮັບປະກັນການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງສະຫງ່າງາມ.