ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ

ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການຍົກສູງຄຸນນະພາບທາງດ້ານເນື້ອໃນທີ່ຈະນຳເຂົ້າພິຈາລະນາຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄວ້າປະກອບຄຳເຫັນຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງຕໍ່ເນື້ອໃນຕ່າງໆ ແນໃສ່ເຮັດໃຫ້ການພິຈາລະນາ-ຮັບຮອງບັນດາເນື້ອໃນໄດ້ຮັບຜົນສຳເລັດ ແລະ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

ກອງປະຊຸມສຳມະນາ

ເອກະສານທີ່ນຳມາຄົ້ນຄວ້າພິຈາລະນາ ປະກອບຄຳເຫັນໃສ່ໃນຄັ້ງນີ້ມີ: ບົດສະເໜີກ່ຽວກັບ ບົດຮຽນຂອງຕ່າງປະເທດໃນການຈັດແບ່ງປະເພດທີ່ດິນ ແລະ ລະດັບຄວາມສຳຄັນຂອງປະເພດທີ່ດິນ ລວມທັງຊັດສ່ວນທີ່ດິນຂອງລັດ ແລະ ເອກະຊົນ; ບົດສະເໜີກ່ຽວກັບ ບົດຮຽນຂອງຕ່າງປະເທດໃນການຄຸ້ມຄອງ ແລະ ການບໍລິການທີ່ດິນ; ບົດສະເໜີກ່ຽວກັບ ບົດຮຽນຂອງຕ່າງປະເທດທີ່ພົວພັນກັບສິດຄອບຄອງທີ່ດິນຕາມປະເພນີ, ສິດຄອບຄອງທີ່ດິນລວມໝູ່, ສິດຄອບຄອງທີ່ດິນຂອງຍິງ-ຊາຍ, ການເວນຄືນທີ່ດິນ ແລະ ການເຊົ່າທີ່ດິນ; ບົດສະເໜີກ່ຽວກັບ ເນື້ອໃນສຳຄັນ ແລະ ບັນຫາພົ້ນເດັ່ນທີ່ກຳນົດເຂົ້າໃໝ່ໃນເນື້ອໃນຮ່າງກົດໝາຍ ວ່າດ້ວຍ ທີ່ດິນ ສະບັບປັບປຸງ; ຮ່າງປະມວນກົດໝາຍແພ່ງ; ຮ່າງກົດໝາຍວ່າດ້ວຍການລົດໄຟ; ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ.

ບັນດາແຂກຜູ້ເຂົ້າຮ່ວມທັງຫຼາຍ

ສຳລັບບົດສະເໜີກ່ຽວກັບ ບົດຮຽນຂອງຕ່າງປະເທດໃນການຄຸ້ມຄອງ ແລະ ການບໍລິການທີ່ດິນ ໂດຍອີງຕາມອົງການສະຫະປະຊາຊາດ ແມ່ນມີຈຸດປະສົງເພື່ອຮັບປະກັນກຳມະສິດ ແລະ ຄວາມໝັ້ນຄົງໃນການຖືຄອງສິດຂອງເອກະຊົນ, ສະໜັບສະໜູນລະບົບພາສີທີ່ດິນ, ປົກປັກຮັກສາທີ່ດິນຂອງລັດ, ຫຼຸດຂໍ້ຂັດແຍ່ງກ່ຽວກັບທີ່ດິນ.

ສະພາແຫ່ງຊາດ

ກອງປະຊຸມດັ່ງກ່າວ ຈະດຳເນີນເປັນເວລາ 3 ວັນ ( ລະຫວ່າງວັນທີ 7-9 ພະຈິກ 2018 ) ເປັນປະທານໂດຍ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ມີບັນດາຄະນະປະຈຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.