ໃນອາທິດຜ່ານມາ, ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ ປກສ ເມືອງນາແລ ພ້ອມທັງໄດ້ພົບປະກັບ ທ່ານ ບຸນປີ ໄລປະເສີດ ເຈົ້າເມືອງໆນາແລ ເພື່ອລາຍງານກ່ຽວກັບຈຸດປະສົງໃນການລົງມາຊີ້ນໍາວຽກງານດັ່ງກ່າວໃນຄັ້ງນີ້.

ໂອກາດນີ້, ພັອ ສົມໄຊ ຈັນທະວົງ ໄດ້ເນັ້ນໃຫ້ຄະນະ ປກສ ເມືອງນາແລ ສືບຕໍ່ເພີ່ມທະວີ ຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາກ່ວາເກົ່າ, ສືບຕໍ່ຄົ້ນຄ້ວາປັບປຸງການຈັດຕັ້ງບ່ອນທີ່ມີຄວາມຈຳເປັນ ເພື່ອເຮັດໃຫ້ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ແລະ ດີຂຶ້ນເປັນກ້າວໆ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ການຊີ້ນຳໆພາໃຫ້ມີຄວາມຄ່ອງແຄ້ວ, ຮັດກຸມ, ວ່ອງໄວ, ມີລະບົບລະບຽບ ແລະ ມີຄວາມເຕີບໃຫຍ່ເຂັ້ມແຂງຮັບປະກັນໄດ້ການເຄື່ອນໄຫວວຽກງານວິຊາສະເພາະຕ່າງໆມີຄວາມສະຫງົບປອດໄພ 100%.

ຈາກນັ້ນ, ພັທ ກອງແກ້ວ ຄຳເພັງເລີດ ຫົວໜ້າກອງບັນຊາການ ປກສ ເມືອງນາແລ ພ້ອມຄະນະ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບສະພາບ ແລະ ວຽກງານຮອບດ້ານຂອງ ປກສ ເມືອງນາແລ ໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ຖືສໍາຄັນດ້ານວຽກງານແນວຄິດ-ການເມືອງຕໍ່ພະນັກງານ- ນັກຮົບ, ສຶກສາອົບຮົມໃຫ້ມີຄວາມເຊື່ອໝັ້ນຕໍ່ແນວທາງການນໍາພາ, ບັນຊາ ແລະ ອຸ່ນອຽນຕໍ່ໜ້າທີ່ວຽກງານ. ນອກນີ້, ກໍໄດ້ສຸມໃສ່ການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ, ຂີ້ລັກ-ງັດແງະ, ອາລະ ວາດຕີກັນ, ບັນຫາຂໍ້ຂັດແຍ່ງທາງແພ່ງ ແລະອື່ນໆ.

ຈາກນັ້ນ, ພັອ ສົມໄຊ ຈັນທະວົງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ປກສ ເມືອງນາແລ ໄດ້ສືບຕໍ່ເຄື່ອນໄຫວກວດກາເບິ່ງຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມສາຍນໍ້າ, ກວດກາເບິ່ງທີ່ຢູ່ອາໄສ ແລະ ການດໍາລົງຊິວິດຂອງພໍ່-ແມ່ປະຊາຊົນທີ່ຢູ່ໃນເຂດບ້ານຈັດສັນໃໝ່ ແລະ ໄດ້ຢ້ຽມຢາມອ້າຍ-ນ້ອງຢູ່ ປກສ ກຸ່ມບ້ານສາຍນໍ້າທິບ ແລະ ກຸ່ມບ້ານລ້ອງແຄນ, ຈາກນັ້ນ ກໍໄດ້ເຄື່ອນໄຫວຢ້ຽມຢາມເຂື່ອນໄຟຟ້ານໍ້າທາ 1 ຊົມການລະບາຍນໍ້າອອກຈາກເຂື່ອນດ້ວຍຄອມພິວເຕີ ແລະ ອື່ນໆ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ, ພັອ ສົມໄຊ ຈັນທະວົງ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຂົ້າພົບປະຢ້ຽມຢາມພະນັກງານ- ນັກຮົບກອງບັນຊາການ ປກສ ເມືອງວຽງພູຄາ, ໂອກາດດຽວກັນນັ້ນ ກໍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃນເມືອງ ຈາກ ທ່ານ ວົງເພັດ ເສັດຈຽມແສງ ເຈົ້າເມືອງໆວຽງພູຄາ ແລະ ພັທ ທອງອຸ່ນ ສຸລິຍາ ຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ.