ລົດໄຟຕົກລາງໃນອົດສະຕຣາລີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພະຈິກ ທີ່ຜ່ານມາ ວ່າ: ເກີດອຸບັດຕິເຫດລົດໄຟບັນທຸກແຮ່ເຫຼັກ ຄວາມບາວເກືອບ 3 ກິໂລແມັດ ຕົກລາງ ຫຼັງຈາກທີ່ຂະບວນລົດແລ່ນເທິງລາງມາດ້ວຍຄວາມໄວສູງເຖິງ 110 ກິໂລແມັດຕໍ່ຊົ່ວໂມງ ໂດຍບໍ່ມີຄົນຂັບ ເຮັດໃຫ້ບໍລິສັດຂຸດເຈາະເໝືອງແຮ່ BHP ຕັດສິນໃຈເຮັດໃຫ້ລົດໄຟບັນທຸກແຮ່ເຫຼັກຂະບວນນີ້ພິກຂວໍ່າ ກ່ອນທີ່ຂະບວນລົດໄຟຈະແລ່ນໄປເຖິງເມືອງພອດ ເຮດແລນ ທາງທິດຕາເວັນຕົກຂອງອົດສະຕຣາລີ.         

ອຸບັດຕິເຫດທາງບົກ – ລົດໄຟຕົກລາງ

ອຸບັດຕິເຫດຄັ້ງນີ້ ສົ່ງຜົນໃຫ້ລາງລົດໄຟເສຍຫາຍເປັນໄລຍະທາງລວມ 1.500 ແມັດ, ຕູ້ລົດໄຟຫຼາຍຕູ້ເສຍຫາຍຢ່າງໜັກ ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ຍັງສົ່ງຜົນກະທົບຕໍ່ລະບົບການຄົມມະນາຄົມຂົນສົ່ງທາງລົດໄຟ ຂະນະທີ່ທາງການອົດສະຕຣາລີ ເລັ່ງສອບສວນຫາສາເຫດທີ່ເຮັດໃຫ້ລົດໄຟແລ່ນຕໍ່ໄປໂດຍບໍ່ມີຄົນຂັບ.