ກອງປະຊຸມອິນເຕີເນັດໂລກ

ໃນວັນທີ 7 ພະຈິກ ທີ່ຜ່ານມາ, ກອງປະຊຸມອິນເຕີເນັດໂລກ ຄັ້ງທີ 5  ເລີ່ມຂຶ້ນເເລ້ວທີ່ເມືອງອູເຈິ້ນ ໃນມົນທົນເຈີ້ຈ້ຽງ ທາງທິດຕາເວັນອອກຂອງຈີນ ໂດຍມີຜູ້ເຂົ້າຮ່ວມງານປະມານ 1.500 ຄົນ ຈາກຫຼາຍກວ່າ 70 ປະເທດ ແລະ ດິນແດນທົ່ວໂລກ.

ກອງປະຊຸມໃນປີນີ້ມີຄຳຂວັນວ່າ: “ ການສ້າງສັນໂລກດິຈິຕອນ ເພື່ອຄວາມໄວ້ວາງໃຈ ແລະ ບໍລິຫານຈັດການຮ່ວມກັນ ເພື່ອນຳໄປສູ່ຊຸມຊົນໄຊເບີສະເປສ (Cyber Space) ໃນອະນາຄົດ ”, ການຈັດກອງປະຊຸມອິນເຕີເນັດໂລກໄລຍະເວລາ 3 ມື້ ມີຈຸດປະສົງເພື່ອສົ່ງເສີມການແລກປ່ຽນ, ການຮຽນຮູ້ຮ່ວມກັນ. ການຮ່ວມມື ແລະ ແລກປ່ຽນດ້ານດິຈິຕອນ ລວມທັງສ້າງສັນຕິພາບ ແລະ ການພັດທະນາໄຊເບີສະເປສທົ່ວໂລກ.

ໃນກອງປະຊຸມແບ່ງອອກເປັນເວທີກອງປະຊຸມຍ່ອຍ 19 ລາຍການ ພາຍໃຕ້ແນວຄິດ 5 ເລື່ອງ ໄດ້ແກ່ ສົ່ງເສີມການພັດທະນານະວັດຕະກຳ, ຄວາມໝັ້ນຄົງທົ່ວໂລກ, ເປີດກວ້າງ ແລະ ທົ່ວເຖິງເພື່ອຊີວິດທີ່ດີກວ່າ ແລະ ຄວາມກ້າວໜ້າຮ່ວມກັນ ລວມທັງໄດ້ເຜີຍແຜ່ລາຍງານຄວາມສຳເລັດທາງວິທະຍາສາດ ແລະ ເຕັກໂນໂລຊີ.