ລັກລອບພາຄົນເຂົ້າເມືອງ

ເວັບໄຊບໍລິສັດກະຈາຍສຽງອັງກິດ (BBC) ລາຍງານໃນວັນທີ 7 ພະຈິກ ທີ່ຜ່ານມາ ວ່າ: ເຈົ້າໜ້າທີ່ຕຳຫຼວດ ພົບຄົນ 21 ຄົນ ລີ້ຊ່ອນຢູ່ໃນຫ້ອງເຢັນຂອງລົດບັນທຸກທີ່ກຳລັງເດີນທາງເຂົ້າ ອັງກິດ ໂດຍໃນຈຳນວນນີ້ເປັນເດັກນ້ອຍເຖິງ 15 ຄົນ ແລະ ເດັກທີ່ມີອາຍຸນ້ອຍທີ່ສຸດອາຍຸພຽງ 12 ປີເທົ່ານັ້ນ.

BBC ລາຍງານວ່າ: ເຈົ້າໜ້າທີ່ຊາຍແດນ ພົບຄົນກຸ່ມນີ້ເຊິ່ງສັນນິຖານວ່າ ມາຈາກຫວຽດນາມ ໄດ້ລີ້ຊ່ອນຕົວເອງລວມຢູ່ກັບສິນຄ້າປະເພດໂຊດາ ໃນຫ້ອງເຢັນຂອງລົດ ທີ່ທ່າເຮືອນິວຮາເວນ ເມືອງຊັສເຊກ ທາງຕາເວັນອອກສຽງໃຕ້ຂອງອັງກິດ; ຂະນະນີ້ ກຳລັງເປີດການສອບສວນທາງອາຍາ ສ່ວນຊາຍຊາວໂຣມານີທີ່ເຊື່ອວ່າເປັນຄົນຂັບລົດບັນທຸກ ຖືກຕັ້ງຂໍ້ຫາຊ່ວຍເຫຼືອໃຫ້ຄົນເຂົ້າ ອັງກິດ ຢ່າງຜິດກົດໝາຍ.

         ເຈົ້າໜ້າທີ່ ເອີ້ນກວດລົດຄັນນີ້ທີ່ເດີນທາງມາຈາກເມືອງຄຽບ ທາງພາກເໜືອຂອງປະເທດຝຣັ່ງ ຈຶ່ງພົບເດັກນ້ອຍ 15 ຄົນ ແລະ ຜູ້ໃຫຍ່ 6 ຄົນ ຊ່ອນຕົວຢູ່ໃນຫ້ອງເຢັນ, ທັງໝົດອ້າງວ່າ ມາຈາກຫວຽດນາມ, ເດັກທັງໝົດຖືກສົ່ງໄປໃຫ້ສຳນັກງານບໍລິຫານສັງຄົມ ເບິ່ງແຍງດູແລ, ຊາຍອາຍຸ 18 ປີ ແລະ ຍິງອາຍຸ 27 ປີ ຖືກເນລະເທດອອກນອກປະເທດ ສ່ວນຜູ້ໃຫຍ່ອີກ 4 ຄົນ ຖືກກັກຕົວໄວ້ທີ່ສູນຄົນເຂົ້າເມືອງ ລະຫວ່າງລໍຖ້າສອບສວນ.