ເປັນປະທານໂດຍ ທ່ານ ປອ ຄຳພັນ ພົມມະທັດ

ໃນໂອກາດທີ່ ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກ ຂອງ ອົງຄະນະພັກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ກະຊວງ ປທສ ) ສະໄໝທີ I ທີ່ຈັດຂຶ້ນໃນວັນທີ 13-14 ພະຈິກ 2018, ທ່ານໄດ້ໃຫ້ທິດຊີ້ນຳຕໍ່ ຄະນະພັກກະຊວງ, ຄະນະໜ່ວຍພັກ, ບັນດາກົມ ແລະ ຄະນະພັກຮາກຖານ ບໍລິສັດ ລັດວິສາຫະກິດ ໂທລະຄົມມະນາຄົມ ແລະ ດາວທຽມລາວ ທົ່ວອົງຄະນະພັກກະຊວງ ປທສ ຈົ່ງເອົາໃຈໃສ່ນຳພາສຶກສາອົບຮົມວຽກງານການເມືອງ-ແນວຄິດ ຄຽງຄູ່ກັບການປັບປຸງ-ກໍ່ສ້າງພັກ.

   

ທ່ານ ໄດ້ເນັ້ນວ່າ:

ບັນດາຜູ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້

ບັນດາສະຫາຍໃນຄະນະພັກແຕ່ລະຂັ້ນທົ່ວ ປທສ ຈົ່ງເອົາໃຈໃສ່ນຳພາສຶກສາອົບຮົມວຽກງານການເມືອງ-ແນວຄິດ ຄຽງຄູ່ກັບການປັບປຸງ-ກໍ່ສ້າງພັກໃຫ້ໄປຕາມທິດກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຊີ້ນຳ-ນຳພາການຄຸ້ມຄອງຂໍ້ມູນຂ່າວສານຜ່ານລະບົບອິນເຕີເນັດ ແລະ ການນໍາໃຊ້ສື່ສັງຄົມອອນລາຍ, ການປັບປຸງ, ສ້າງບັນດານິຕິກຳ ແລະ ໂຄງລ່າງພື້ນຖານດ້ານເຕັກນິກ ເພື່ອໃຫ້ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ການຂະຫຍາຍຕົວຢ່າງວ່ອງໄວຂອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ການຄຸ້ມຄອງບັນດາບໍລິສັດ, ຜູ້ປະກອບການດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ດາວທຽມລາວ ດຳເນີນທຸລະກິດໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ທ່ານ ປອ ຄຳພັນ ພົມມະທັດ
   

ໃນກອງປະຊຸມ, ທ່ານ ປອ ທັນສະໄໝ ກົມມະສິດ ກຳມະການສູນກາງພັກເລຂາຄະນະພັກ ລັດຖະມົນຕີກະຊວງ ປທສ ທັງເປັນປະທານກອງປະຊຸມ ໄດ້ກ່າວວ່າ: 

ສະມາຊິກ ຄະນະພັກແຕ່ລະຂັ້ນທົ່ວ ປທສ

ກອງປະຊຸມຄັ້ງນີ້ ແມ່ນເຫດການທີ່ມີຄວາມໝາຍສຳຄັນເປັນຢ່າງຍິ່ງທາງດ້ານການເມືອງຂອງກະຊວງ ແລະ ຖັນແຖວສະມາຊິກພັກ, ພະນັກງານ ເຊິ່ງກອງປະຊຸມໄດ້ຕີລາຄາຢ່າງຮອບດ້ານກ່ຽວກັບຜົນສຳເລັດແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະບໍລິຫານງານພັກກະຊວງ ໃນໄລຍະກາງສະໄໝ, ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການທ້າຍສະໄໝ ແຕ່ນີ້ຮອດປີ 2020.