ກອງປະຊຸມສ້າງແຜນກຳນົດ ພະນັກງານນໍາພາ – ບັນຊາ ຂັ້ນຄຸ້ມຄອງ ກະຊວງ ປກສ

0
2262
ພົຕ ສິນທະວົງ ໄຊຍະກອນ

ກອງປະຊຸມສ້າງແຜນກໍານົດ ພະນັກງານນໍາພາ-ບັນຊາ ຂັ້ນຄຸ້ມຄອງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 13-16 ພະຈິກ 2018, ເປັນປະທານໂດຍ ພົຕ ສົມແກ້ວ ສີລາວົງ  ເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ, ມີຄະນະປະຈໍາພັກ, ຄະນະພັກກະຊວງ, ຄະນະພັກກົມໃຫຍ່, ຫ້ອງວ່າການ, ກົມ, ກອງບັນຊາການ, ວິທະຍາຄານ, ກອງບັນຊາການ ປກສ ແຂວງ, ປກສ ນະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພົຕ ກົງທອງ ພົງວິຈິດ

ພົຕ ສົມແກ້ວ ສີລາວົງ ກ່າວເປີດກອງປະຊຸມ ວ່າ:

ກອງປະຊຸມດັ່ງກ່າວນີ້ ຈະດໍາເນີນເປັນເວລາ 4 ວັນ ໂດຍຈະໄດ້ທາບທາມພະນັກງານນຳພາ-ບັນຊາ ຂັ້ນຄຸ້ມຄອງ ກະຊວງ ປກສ 3 ຮອບ. 

ພົຈວ ອາລູ ວາລີຊື

ກອງປະຊຸມໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ອະນຸກໍາມະການຊ່ວຍວຽກ ເພື່ອເຮັດໜ້າທີ່ໃນການກະກຽມດ້ານຕ່າງໆທີ່ໄດ້ສົມທົບກັບ ຄະນະຈັດຕັ້ງສູນກາງພັກ ເພື່ອດໍາເນີນໄປຢ່າງຖືກຕ້ອງຕາມທິດ, ຄາດໝາຍ ແລະ ຮັບປະກັນດ້ານເນື້ອໃນທີ່ກໍານົດໃນມະຕິເລກທີ 030, 032 ຂອງກົມການເມືອງສູນກາງພັກ ກໍຄືຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292 ລົງວັນທີ 26 ເມສາ 2018, ເພື່ອຊອກໃຫ້ເຫັນ, ບໍາລຸງສ້າງ, ຈັດວາງ, ສັບຊ້ອນ ແລະ ນໍາໃຊ້ຜູ້ທີ່ມີຄວາມຮູ້-ຄວາມສາມາດ, ຄົບມາດຖານ-ເງື່ອນໄຂ ຢູ່ຕໍາແໜ່ງງານຂັ້ນນໍາພາ-ບັນຊາຕາມເປົ້າໝາຍແຜນໄລຍະຍາວ. ດັ່ງນັ້ນ, ວຽກງານສ້າງແຜນກໍານົດພະນັກງານຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງ ຄະນະພັກແຕ່ລະຂັ້ນ.

ບັນດາຄະນະພັກ ແລະ ສະມາຊິກ ຜູ້ເຂົ້າຮ່ວມ

ສາມາດເວົ້າໄດ້ວ່າ: ເປັນວຽກງານພະນັກງານມີບົດບາດສໍາຄັນ ແລະ ເປັນປັດໃຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງ ເຊິ່ງລວມໄປເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງ ລະບອບປະຊາທິປະໄຕ ທີ່ ພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງນໍາພາ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ.

ພົຕ ສົມແກ້ວ ສີລາວົງ 
ກອງປະຊຸມສ້າງແຜນກໍານົດ ພະນັກງານນໍາພາ-ບັນຊາ ຂັ້ນຄຸ້ມຄອງ

ຫຼັງຈາກນັ້ນ, ກອງປະຊຸມຍັງໄດ້ມີການຜ່ານມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ລົງວັນທີ 03 ມັງກອນ2018 ວ່າດ້ວຍ ມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ຜ່ານຄໍາສັ່ງແນະນໍາ ເລກທີ 292/ຄຈສພ ລົງວັນທີ 26 ເມສາ 2018 ວ່າດ້ວຍ ການຈັດຕັ້ງປະຕິບັດມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 030-032/ກມສພ ແລະ ແນະນໍາວິທີການທາບທາມຕົວຈິງ ພ້ອມທັງໄດ້ມີການປ່ອນບັດໃນການທາບທາມ ຮອບທີ I.

ການປ່ອນບັດໃນການທາບທາມ ຮອບທີ I
ພົຈວ ທອງເຄນ ອ່ອນດາວົງ