ເປີດປະມູນເພັດສີບົວ ມູນຄ່າ 50 ລ້ານໂດລາສະຫະລັດ ສ້າງສະຖິຕິໃໝ່ໃນໂລກ

ທີ່ເມືອງເຊີແນວ ປະເທດສະວິດ

0
1030

ຂ່າວຕ່າງປະເທດລາຍງານ 14 ພະຈິກນີ້ວ່າ: ບໍລິສັດ ຄຣິດສະຕີ ຈັດການປະມູນເພັດ ທີ່ເມືອງເຊີແນວ ປະເທດສະວິດ ໃນວັນທີ 13 ພະຈິກນີ້ ໂດຍສິນຄ້ານຳສະເໜີ ຄື: ເພັດສີບົວ (Pink legacy) ເຊິ່ງເປັນເພັດທີ່ສວຍງາມ ແລະ ຫາຍາກ ນໍ້າໜັກ 19 ກະຣັດ ຂອງຕະກຸນອອບເພັ່ນ ຈາກອາເມລິການໃຕ້, ເຊິ່ງເຄີຍບໍລິຫານກຸ່ມບໍລິສັດ ເດີບຽດ ທີ່ດຳເນີນທຸລະກິດກ່ຽວກັບເພັດ ລະຫວ່າງປີ 1998-2012.

ເປີດປະມູນເພັດສີບົວ

ສຳລັບການປະມູນສະເໜີລາຄາ ໃຊ້ເວລາພຽງ 5 ນາທີ ໂດຍຜູ້ຊະນະຄື ບໍລິສັດ ແຮຣີ ວິນສະຕັນ ຜູ້ຜະລິດ ແລະ ຈັດຈຳໜ່າຍເພັດ ແລະ ໂມງລາຍໃຫຍ່ ຂອງ ສະຫະລັດ ອາເມລິກາ ດ້ວຍລາຄາສູງເຖິງ 50.3 ລ້ານໂດລາສະຫະລັດ ຫຼື ປະມານ 2.6 ລ້ານໂດລາຕໍ່ກະຣັດ ແລະ ລາຄາດັ່ງກ່າວ ຍັງບໍ່ລວມຄ່າທຳນຽມ ສົ່ງຜົນໃຫ້ເພັດເມັດດັ່ງກ່າວ ເປັນເພັດຂະໜາດໃຫຍ່ທີ່ສຸດທີ່ເຄີຍມີການປະມູນໃນໂລກ ແລະ ຍັງສ້າງສະຖິຕິເປັນ ເພັດສີບົວ ທີ່ມີລາຄາແພງທີ່ສຸດນຳອີກ ທຳລາຍສະຖິຕິເພັດສີບົວ ນ້ຳໜັກ 8.41 ກະຣັດ ມູນຄ່າ 17.7 ລ້ານໂດລາສະຫະລັດ, ເຊິ່ງບໍລິສັດ ໂຊເທີບີ ຈັດປະມູນທີ່ຮົງກົງ ໃນເດືອນຕຸລາ ປີ 2014.