ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກາຖາໂດຍ ທ່ານ ນາງ ບັງອອນ ໄຊຍະສິດ

ໃນວັນທີ 23 ພະຈິກ 2018, ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກນ້ອຍ ຂັ້ນແຂວງ ຮ່ວມກັບ ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກນ້ອຍ ແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາລະນຶກ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ ( ວັນທີ 25 ພະຈິກ 2000-25 ພະຈິກ 2018 ) ຄົບຮອບ 18 ປີ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກາຖາໂດຍ ທ່ານ ນາງ ບັງອອນ ໄຊຍະສິດ ປະທານສະຫະພັນແມ່ຍິງແຂວງ ຮອງປະທານຄະນະກຳມະທິການ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ແຂວງຄຳມ່ວນ, ມີບັນດາທ່ານຄະນະປະຈຳແຂວງ, ຫົວໜ້າພະແນກ-ຮອງພະແນກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ບັງອອນ ໄຊຍະສິດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ ໂດຍສັງເຂບວ່າ:

ປາຖະກະຖາ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ

ສຳລັບເຫດການວັນທີ 25 ພະຈິກ ໄດ້ຖືກຍົກຂຶ້ນທຳອິດໃນອາເມລິກາລາຕິນ ແລະ ຄ່ອຍໆແຜ່ຂະຫຍາຍອອກໄປປະເທດຕ່າງໆໃນທົ່ວໂລກ ໃຫ້ເປັນ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ ແມ່ຍິງ ແລະ ໄດ້ຖືກປະກາດເປັນຄັ້ງທຳອິດໃນກອງປະຊຸມນັກເຄື່ອນໄຫວດ້ານສິດທິແມ່ຍິງ ໃນຂົງເຂດອາເມລິກາລາຕິນ ແລະ ຄາລີບຽນ ເຊິ່ງຈັດຂຶ້ນທີ່ນະຄອນໂບໂກຕາ ປະເທດໂກລົມເບຍ ລະຫວ່າງວັນທີ 18-21 ກໍລະກົດ 1981 ເພື່ອລະນຶກເຖິງວິລະກໍາຂອງສາມເອື້ອຍນ້ອງ ຕະກູນມີລາບານ ຈາກສາທາລະນະລັດໂຄມີນີແກນ ທີ່ຖືກລອບຄາດຕະກຳຢ່າງໂຫດຮ້າຍປ່າເຖື່ອນ ໃນປີ 1960 ໃນລະບອບຜະເດັດການຂອງ ລາຟາເອລ ທຣູກີໂລ ປີ 1930-1961; ວັນດັ່ງກ່າວໄດ້ຖືກກໍານົດເປັນວັນລະນຶກ ແລະ ໄຫວ້ອາໄລເຖິງ ສາມເອື້ອຍນ້ອງ ຕະກູນມີລາບານ ເຊິ່ງທົ່ວໂລກໄດ້ຮັບຮູ້ວ່າເປັນວັນຕ້ານຄວາມຮຸນແຮງບົນພື້ນຖານທາງເພດ. ໂດຍຄວາມຮຸນແຮງຕໍ່ ແມ່ຍິງ ເກີດໄດ້ທຸກເມື່ອທຸກເວລາ, ໃນທຸກສະຖານ ໂດຍບໍ່ຈຳແນກຊັ້ນວັນນະ, ເຊື້ອຊາດ, ສາດສະໜາ, ວັດທະນະທຳ, ຖານະໃນສັງຄົມ, ລະດັບການສຶກສາ ແລະ ແຜ່ລາມໄປໃນຂອບເຂດທົ່ວໂລກ.

ຢູ່ທີ່ ແຂວງຄຳມ່ວນ

ໃນໂອກາດນີ້, ທ່ານປະທານສະຫະພັນແມ່ຍິງແຂວງ ໄດ້ເຜີຍແຜ່ສານຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົຕີແຫ່ງ ສປປ ລາວ ເນື່ອງໃນໂອ ກາດວັນສາກົນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ ວັນທີ 25 ພະຈິກ 2018 ເຊິ່ງເນື້ອໃນຈິດໃຈໄດ້ຮຽກຮ້ອງມາຍັງ ອົງການຈັດຕັ້ງພັກ-ລັດ, ບັນດາອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດພີ່ນ້ອງປະຊາຊົນລາວບັນດາເຜົ່າ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນໃນຂອບເຂດທົ່ວປະເທດ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນໃນການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ ໃຫ້ໄດ້ຢ່າງຊິ້ນເຊີງຕາມຄຳຂວັນຂອງວາລະ 2030 ເພື່ອການພັດທະນາແບບຍືນຍົງ ສປຊ ທີ່ວ່າ: ບໍ່ປະຖິ້ມໃຜໄວ້ທາງຫຼັງ; ທັງນີ້, ເພື່ອສ້າງກາລະໂອກາດໃຫ້ ແມ່ຍິງ ແລະ ເດັກຍິງລາວທຸກຖ້ວນໜ້າ ສາມາດພັດທະນາຕົນເອງ ໃຫ້ກາຍເປັນກຳລັງແຮງ ທີ່ສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃນອະນາຄົດຢ່າງເຕັມສ່ວນ.