ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ

ໃນປີ 2017 ຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບບັນດາຫົວໜ່ວຍງົບປະມານຢ່າງຕັ້ງໜ້າ ເຫັນວ່າລາຍຮັບບໍ່ເຂົ້າງົບປະມານແຫ່ງລັດ 239 ຕື້ກວ່າກີບ ໂດຍສ່ວນຫຼາຍແລ້ວພົບວ່າ: ລາຍຈ່າຍບໍ່ນອນໃນແຜນ, ໂຄງການບໍ່ໄດ້ຜ່ານຕາມຂັ້ນຕອນຂອງກົດໝາຍ, ການນຳໃຊ້ເງິນແຮທ້ອງຖິ່ນບໍ່ຖືກຕ້ອງຕາມເປົ້າໝາຍ, ການຈັດຊື້້ຂອງອົງການລັດ ບໍ່ດຳເນີນຕາມຂັ້ນຕອນຢ່າງຄົບຖ້ວນ ແລະອື່ນໆ.

ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຜົນການກວດສອບຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ່ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018 ວ່າ:

ໃນປີ 2017, ອົງການກວດສອບແຫ່ງລັດ ໄດ້ດໍາເນີນການກວດສອບ 99 ເປົ້າໝາຍ. ໃນນັ້ນ, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 54 ເປົ້າໝາຍ ຂັ້ນສູນກາງ 18 ເປົ້າໝາຍ, ຂັ້ນທ້ອງຖິ່ນ 36 ເປົ້າໝາຍ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 25 ເປົ້າໝາຍ, ລັດວິສາຫະກິດ 15 ເປົ້າໝາຍ ແລະ ທະນາຄານລັດ 5 ເປົ້າໝາຍ.

ທ່ານ ປອ ນາງ ວຽງທອງ ສີພັນດອນ

ຜ່ານການກວດສອບຕົວຈິງ ເຫັນວ່າ:

ພົບລາຍຮັບທີ່ບໍ່ມອບເຂົ້າງົບປະມານ ຈໍານວນ 239,64 ຕື້ກີບ. ໃນນັ້ນ, ຂັ້ນສູນກາງ ຈໍານວນ 112,21 ຕື້ກີບ ແລະ ຂັ້ນທ້ອງຖິ່ນ ມີຈໍານວນ 127,43 ຕື້ກີບ, ຂະແໜງສ່ວຍສາອາກອນ 144,05 ຕື້ກີບ, ຂະແໜງຄຸ້ມຄອງຊັບສິນຂອງລັດຂັ້ນທ້ອງຖິ່ນ ຈໍານວນ 20,58 ຕື້ກີບ, ລາຍຮັບອື່ນໆ ຈໍານວນ 74 ,86 ຕື້ກີບ ແລະ ເງິນກອງທຶນພັດທະນາປ່າໄມ້ 15 ຕື້ກີບ.

ດ້ານລາຍຈ່າຍກວດສອບເຫັນ ຈໍານວນ 147,12 ຕື້ກີບ, ເອົາລາຍຮັບໄປຈ່າຍ 82,42 ຕື້ກີບ, ຂັ້ນສູນກາງ 8,57 ຕື້ກີບ, ຂັ້ນທ້ອງຖິ່ນ ຈໍານວນ 73,85 ຕື້ກີບ ແລະ ລາຍຈ່າຍລ່ວງໜ້າຄັງເງິນແຫ່ງລັດ ຈໍານວນ 64,70 ຕື້ກີບ.

ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ຍັງພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນ ການສົ່ງບົດລາຍງານການເງິນບໍ່ຄົບຖ້ວນ, ການຕອບຮັບແກ່ຍາວເວລາ, ການສະໜອງຂໍ້ມູນຫຼັກຖານບໍ່ຄົບຖ້ວນ ແລະ ຊັກຊ້າ, ການຊີ້ແຈງບັນຫາຍັງບໍ່ຖືກຕ້ອງຕາມການກວດສອບ ແລະ ການເຊັນບົດບັນທຶກຜົນການກວດສອບໃຊ້ເວລາຫຼາຍເດືອນ; ບາງຫົວໜ່ວຍງົບປະມານທີ່ຖືກກວດສອບ ຍັງບໍ່ເອົາໃຈໃສ່ໃນການປັບປຸງແກ້ໄຂ, ບໍ່ໄດ້ລາຍງານຄວາມຄືບໜ້າ ຜົນການປັບປຸງແກ້ໄຂຂໍ້ຄົງຂ້າງປີຜ່ານມາ ຢ່າງເປັນລາຍລັກອັກສອນ.

ປະທານອົງການກວດສອບແຫ່ງລັດ ໃຫ້ຮູ້ຕື່ມອີກວ່າ:

ດຳເນີນການກວດສອບບັນດາຫົວໜ່ວຍງົບປະມານ

ທິດທາງແຜນການໃນຕໍ່ໜ້າ ຈະໄດ້ເອົາໃຈໃສ່ປະສານສົມທົບກັບ ອົງການກວດກາລັດຖະບານ, ກໍາມາທິການແຜນການ, ການເງິນ ແລະ ການກວດສອບຂອງສະພາແຫ່ງຊາດ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ບັນດາກະຊວງ, ແຂວງ-ນະຄອນຫຼວງ ໃນການຈັດຕັ້ງປະຕິບັດແຜນການກວດສອບ ໂດຍໄດ້ຂຶ້ນແຜນດໍາເນີນດ້ານກວດສອບ ຈໍານວນ 99 ເປົ້າໝາຍ ເຊິ່ງມີກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 54 ເປົ້າໝາຍ, ກວດສອບໂຄງການພັດທະນາຢືນຍົງ 2 ເປົ້າໝາຍ, ໂຄງການລົງທຶນຂອງລັດຢູ່ທ້ອງຖິ່ນ 6 ເປົ້າໝາຍ, ກວດສອບເງິນກູ້ ແລະ ຊ່ວຍເຫຼືອລ້າ 2 ເປົ້າໝາຍ, ທະນາຄານລັດ 6 ເປົ້າໝາຍ, ລັດວິສາຫະກິດ 18 ເປົ້າໝາຍ, ກວດສອບລາຍຮັບ-ລາຍຈ່າຍງົບປະມານຂອງລັດ ແລະ ການນໍາໃຊ້ທຶນຊ່ວຍເຫຼືອລ້າ.

ສະນັ້ນ, ຮຽກຮ້ອງໃຫ້ພາກສ່ວນທີ່ເປັນເປົ້າໝາຍ ຈົ່ງໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນໃຫ້ຖືກຕ້ອງຕາມຄວາມເປັນຈິງ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານ ອົງການກວດສອບແຫ່ງລັດ ມີປະສິດທິພາບ, ປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດໝາຍ ເພື່ອຄວາມໂປ່ງໃສ ແລະ ຫຼີກລ່ຽງຫາງສຽງຈົມວ່າຂອງສັງຄົມ.