ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ທັນວາ ນີ້ວ່າ: ລັດຖະບານມຽນມາ ນຳໂດຍທ່ານ ນາງ ອອງຊານ ຊູຈີ ອອກຖະແຫຼງປິດຄ້າຍຜູ້ອົບພະຍົບຊາວໂຣຮີງຢາຫຼາຍແຫ່ງ ຫຼັງຈາກຊາວໂຣຮີງຢາ ແລະ ຜູ້ໄຮ້ທີ່ຢູ່ເກືອບ 130.000 ຄົນ ອາໄສຢູ່ຮ່ວມກັນຢ່າງແອອັດໃນລັດຍະໄຂ່ທາງພາກຕາເວັນຕົກຂອງມຽນມາ ຕັ້ງແຕ່ກໍ່ເຫດຄວາມຂັດແຍ້ງ 6 ປີ ກ່ອນ.

ACEH, INDONESIA – MAY 11: More than 500 Rohingya Muslim departed from Myanmar and Bangladesh take shelters in Seunuddon after washed ashore on Sumatra island, Aceh province, Indonesia on May 11, 2015. Boats carrying about 600 members of Myanmar’s long-persecuted Rohingya Muslim community washed to shore in western Indonesia on Sunday, with some of the people in need of medical attention. (Photo by Junaidi Hanafiah/Anadolu Agency/Getty Images)

ຕາມແຜນການທີ່ແຈ້ງໄວ້ວ່າ: ຜູ້ໄຮ້ທີ່ຢູ່ອາໃສຈະໄດ້ຮັບໂຍກຍ້າຍໄປຫາທີ່ພັກຖາວອນ ເພື່ອປັບປຸງສະພາບພື້ນທີ່ບໍລິເວນຄ້າຍຜູ້ອົບພະຍົບ. ແຕ່ຜູ້ແທນສະຫະປະຊາຊາດໃນມຽນມາ ກ່າວເຕືອນໃນເດືອນກັນຍາ ທີ່ຜ່າຍນມາວ່າ ການປິດຄ້າຍພັກຈະເຮັດໃຫ້ຜູ້ອົບພະຍົບຫຼາຍແຫ່ງສ່ຽງຕໍ່ການແບ່ງແຍກເຊື້ອຊາດຫຼາຍຂຶ້ນ ແລະ ຂັດກັບສິດທິມະນຸດຂັ້ນພື້ນຖານ. ນອກຈາກນີ້, ຍັງເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍຕ້ອງສ່ຽງອົບພະຍົບໜີໄປເສັ້ນທາງທີ່ອັນຕະລາຍ; ເຊິ່ງໃນວັນທີ 4 ທັນວາ ທີ່ຜ່ານມາ, ມີເຮືອຊາວຜູ້ອົບພະຍົບຊາຍ ຈຳນວນ 20 ຄົນ ທີ່ຄາດວ່າເປັນຊາວມຸດສະລິມໂຣຮີງຢາ ໄປຈອດເຮືອທຽບທ່າທີ່ເກາະສຸມາຕຣາຂອງອິນໂດເນເຊຍ, ເຊິ່ງເປັນເຮືອທີ່ແລ່ນອອກມາຈາກປະເທດມຽນມາ ແລະ ບັງກລາເທດ ໃນອາທິດຜ່ານມາ.

ໂຄສົກສຳນັກງານປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດໃນມຽນມາ ຖະແຫຼງການວ່າ ລັດຖະບານມຽນມາ ຄວນມຸ່ງເນັ້ນການໃຫ້ປະຊາຊົນກັບສູ່ເຮືອນຢ່າງປອດໄພ ກ່ອນປິດຄ້າຍຜູ້ອົບພະຍົບ.