ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ທັນວາ ນີ້ວ່າ: ເຈົ້າໜ້າທີິ່ຕຳຫຼວດຂອງອີຕາລີ ແລະ ສຳນັກງານໄອຍະການຂອງສະຫະພາບເອີຣົບ (EU) ຖະແຫຼງວ່າ ໄດ້ປະຕິບັດການກວດລ້າງສະມາຊິກກຸ່ມກໍ່ຄວາມບໍ່ສະຫງົບເອັນດຣັງເກຕາ ເຊິ່ງເປັນແກ້ງມາເຟຍດັງ ໃນອີຕາລີ ສາມາດຈັບຜູ້ຖືກສົງໄສໄດ້ເກືອບ 100 ຄົນ, ຜູ້ຖືກຈັບກຸມມີທັງຜູ້ຖືກສົງໄສຄ້າໂຄເຄນ, ຟອກເງິນ, ຮັບສິນບົນ ແລະ ກໍ່ຄວາມຮຸນແຮງ.

ສຳນັກງານໄອຍະການຂອງສະຫະພາບເອີຣົບ ແຈ້ງວ່າ: ເຈົ້າໜ້າທີ່ຕຳຫຼວດກຳລັງຈັບກຸມ ແລະ ຢຶດຊັບ ແຕ່ບໍ່ໄດ້ແຈ້ງຕົວເລກຜູ້ຖືກຈັບກຸມ, ຂະນະທີ່ເຈົ້າໜ້າທີ່ຕຳຫຼວດອີຕາລີ ຖະແຫຼງການວ່າ ມີຜູ້ຖືກຈັບກຸມ 90 ຄົນ ແລະ ມີການຈັບກຸມຢູ່ອາເມລິກາໃຕ້ ນຳອີກ. ການປະຕິບັດການຂອງເຈົ້າໜ້າທີ່ຕຳຫຼວດໃນຄັ້ງນີ້ ເນັ້ນໃສ່ເຄືອຂ່າຍເອັນດຣັງເກຕາ ແກ້ງມາເຟຍໃນເມືອງລັອກຣີ ແຄ້ວນຄາລາເບຍ ທາງໃຕ້ຂອງອີຕາລີ ເປັນໜຶ່ງໃນສາມແກ້ງມາເຟຍໃຫຍ່ຂອງອີຕາລີ ແລະ ອີກສອງແກ້ງ ຄື: ແກ້ງຄາມໍຣາໃນເມືອງເນເປິນ ແລະ ແກ້ງຄໍຊາ ນໍສະຕຣາ ຢູ່ເທິງເກາະຊິຊິລີ.

ໃນວັນທີ 5 ທັນວາ ນີ້, ເຈົ້າໜ້າທີ່ຕຳຫຼວດອີຕາລີ ຫາກໍຈັບກຸມຜູ້ຖືກສົງໄສເປັນຫົວໜ້າແກ້ງຄົນໃໝ່ຂອງແກ້ງຄໍຊາ ນໍສະຕຣາ ແລະ ສະມາຊິກ 45 ຄົນ.