ໂດຍການເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ທອງສະຫວັດ ໄຂຄໍາພິທູນ

ໃນວັນທີ 5 ທັນວາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມປາຖະກະຖາເພື່ອລະນຶກເຖິງ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ (31 ພະຈິກ 1968-31 ພະຈິກ 2018), ໂດຍການເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ທອງສະຫວັດ ໄຂຄໍາພິທູນ ພະນັກງານບໍານານ ອະດີດຫົວໜ້າຫ້ອງວ່າການສູນກາງພັກ, ມີ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.

ອົງການກວດສອບແຫ່ງລັດ

ການປາຖະກະຖາໃນຄັ້ງນີ້ ແມ່ນເພື່ອເປັນການລໍ້າລຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດ ຜູ້ທີ່ມີສ່ວນຮ່ວມໃນການປະຕິວັດ ແລະ ທັງເປັນການກະຕຸກຊຸກຍູ້ໃຫ້ພະນັກງານ-ລັດຖະກອນ ພາຍໃນ ອົງການກວດສອບແຫ່ງລັດ ໄດ້ຮັບຮູ້, ເຂົ້າໃຈເຖິງຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກໃນພາລະກິດຕໍ່ສູ້ປົດປ່ອຍຊາດຕ້ານພວກລ່າເມືອງຂຶ້ນ ກໍຄືການນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ການກົດຂີ່ຂົ່ມເຫັງທັງແບບເກົ່າ-ແບບໃໝ່ຂອງສັດຕູ ເພື່ອນໍາເອົາສິດອໍານາດ, ອະທິປະໄຕ ແລະ ຄວາມສະຫງົບຮົ່ມເຢັນ ມາສູ່ປະຊາຊົນ ກໍຄືປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

ກອງປະຊຸມປາຖະກະຖາເພື່ອລະນຶກເຖິງ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ

ໂອກາດດຽວກັນນີ້, ທ່ານ ທອງສະຫວັດ ໄຂຄໍາພິທູນ ຍັງໄດ້ເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງ ການສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ເຊິ່ງເປັນວັນສ້າງຕັ້ງສະຖານທີ່ມີຄວາມສໍາຄັນທາງປະຫວັດສາດ, ເປັນສູນກາງຂອງການຊີ້ນໍາຂອງພັກໃນພາລະກິດຕໍ່ສູ້ກູ້ຊາດ ໂດຍທ່ານຍັງໄດ້ກ່າວຕື່ມອີກວ່າ ມີປະຫວັດສາດຈຶ່ງມີປັດຈຸບັນ, ຈະເດີນໄປຂ້າງໜ້າໃຫ້ຫຼຽວເບິ່ງທາງຫຼັງ ແລະ ເຫດການສຳຄັນທາງປະຫວັດສາດໃນເບື້ອງຫຼັງ ລ້ວນແລ້ວແຕ່ເປັນປັດໃຈຊຸກດັນໃຫ້ເຮົາກ້າວໄປຂ້າງໜ້າໄດ້ຢ່າງສະບາຍ.

ທ່ານ ທອງສະຫວັດ ໄຂຄໍາພິທູນ
ມີ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ