ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ສະຫະພັນແມ່ຍິງ ກົມໃຫຍ່ 502

0
2143
ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຫົວໜ້າໜ່ວຍ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ສະຫະພັນແມ່ຍິງ ກົມໃຫຍ່ 502 ກະຊວງ ປກສ ໄດ້ໄຂຂຶ້ນໃນວັນທີ 11 ທັນວາ 2018, ເຂົ້າຮ່ວມໂດຍ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ 502 ແລະ ພັອ ນາງ ວັດຊະລີ ສິດທິລືໄຊ ປະທານສະຫະພັນແມ່ຍິງ ກະຊວງ ປກສ, ມີຮອງປະທານສະຫະພັນແມ່ຍິງ ກະຊວງ, ກົມໃຫຍ່ ແລະ ກົມກອງອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຫົວໜ້າໜ່ວຍ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ພັທ ນາງ ຄໍາພັດ ບົວລະພາ ປະທານສະຫະພັນແມ່ຍິງ ກົມໃຫຍ່ 502 ໄດ້ຂຶ້ນຜ່ານບົດລາຍງານການເມືອງ ວ່າ:

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະແມ່ຍິງ ກົມໃຫຍ່ 502 ກະຊວງ ປກສ

ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະແມ່ຍິງ ກົມ 502 ໄດ້ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານທີ່ສໍາຄັນຕໍ່ສະມາຊິກແມ່ຍິງທຸກຂັ້ນ ໂດຍໄດ້ນໍາພາເອື້ອຍ-ນ້ອງສະມາຊິກຮໍ່າຮຽນມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງ ຄະນະພັກກະຊວງ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ຄະນະພັກກົມໃຫຍ່ 502 ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ສະຫະພັນແມ່ຍິງ ກະຊວງ ປກສ, ມູນເຊື້ອຂອງຊາດ-ຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງມະຫາຊົນ, ແບບແຜນຄຸນສົມບັດຂອງການເປັນຜູ້ນໍາ. ພ້ອມນັ້ນ, ຍັງໄດ້ນໍາພາເຂົ້າຮ່ວມບັ້ນດໍາເນີນຊີວິດການເມືອງເປັນປົກກະຕິ ຕິດພັນກັບເນື້ອໃນຂໍ້ແຂ່ງຂັນ 3 ດີ, ການສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ເປັນເນື້ອໃນສໍາຫຼວດຄັດເລືອກບຸກຄົນ 3 ດີ ແລະ ໜ່ວຍແມ່ຍິງ 3 ດີ.

ການປ່ອນບັດຄັດເລືອກເອົາ ຄະນະສະຫະພັນແມ່ຍິງ ກົມໃຫຍ່ 502 ຊຸດໃໝ່

ຄຽງຄູ່ກັນນັ້ນ, ຍັງໄດ້ນໍາພາບັນດາໜ່ວຍແມ່ຍິງອ້ອມຂ້າງ ປັບປຸງການຈັດຕັ້ງສຳເລັດ 10 ໜ່ວຍ, 3 ຫ້ອງການ ແລະ ຄັດເລືອກໄດ້ ຄະນະໜ່ວຍແຕ່ລະໜ່ວຍ ຖືກຕ້ອງຕາມເປົ້າໝາຍທີ່ວາງໄວ້ ພ້ອມທັງນໍາພາປະຕິບັດແຜນກໍານົດສ້າງພະນັກງານສືບທອດປ່ຽນແທນຂອງ ອົງການຈັດຕັ້ງສະຫະພັນແມ່ຍິງ ໃນແຕ່ລະໄລຍະຢ່າງເປັນລະບົບ ເປັນຕົ້ນແມ່ນ: ໄປຍົກລະດັບວິຊາສະເພາະຂອງ ກໍາລັງປ້ອງກັນຄວາມສະຫງົບ ຄື: ປະລິນຍາໂທ 1 ສະຫາຍ, ປະລິນຍາຕີ 7 ສະຫາຍ, ຊັ້ນກາງ 4 ສະຫາຍ, ຍົກລະດັບທິດສະດີການເມືອງຊັ້ນສູງ 4 ສະຫາຍ, ບໍາລຸງ 3 ເດືອນ 22 ສະຫາຍ, ຝຶກອົບຮົມໄລຍະສັ້ນ 45 ວັນ 129 ສະຫາຍ, ຮຽນພາສາຕ່າງປະເທດ 7 ສະຫາຍ. ນອກນັ້ນ, ຜ່ານມາ 5 ປີ ມີເອື້ອຍ-ນ້ອງແມ່ຍິງ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ມີ 5 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ມີ 33 ສະຫາຍ, ຫຼຽນກາແຮງງານ 6 ສະຫາຍ, ຫຼຽນກາປ້ອງກັນຄວາມສະຫງົບ 46 ສະຫາຍ, ໃບຍ້ອງຍໍຂັ້ນລັດຖະບານ 9 ສະຫາຍ, ຂັ້ນກະຊວງ ປກສ 92 ສະຫາຍ, ໃບຍ້ອງຍໍແມ່ຍິງ 3 ດີຂອງສູນກາງແມ່ຍິງລາວ 454 ສະຫາຍ, ໃບຍ້ອງຍໍສະຫະພັນແມ່ຍິງ ກະຊວງ ປກສ 241 ສະຫາຍ, ໄດ້ຮັບການເລື່ອນຊັ້ນທັງໝົດ 206 ສະຫາຍ. ໃນນັ້ນ, ຊັ້ນນາຍພັນ 45 ສະຫາຍ, ຊັ້ນນາຍຮ້ອຍ 144 ສະຫາຍ ແລະ ນາຍສິບ 17 ສະຫາຍ.

ເລືອກໄດ້ ພັທ ນາງ ສີວິໄລ ທໍາມະສິດ ເປັນປະທານ

ສໍາລັບທິດທາງ 5 ປີໃນຕໍ່ໜ້າ ຈະສືບຕໍ່ສືກສາອົບຮົມການເມືອງ-ແນວຄິດໃຫ້ເອື້ອຍ-ນ້ອງ
ແມ່ຍິງ ໃຫ້ມີຄວາມຕື່ນຕົວໃນການຈັດຕັ້ງປະຕິບັດລະບຽບວິໄນຂອງ ກົມກອງ ກໍຄືຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມງວດ, ຈັດຕັ້ງຮໍ່າຮຽນເອກະສານຕ່າງໆທີ່ກ່ຽວພັນເຖິງສິດທິຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ເລົ່າມູນເຊື້ອຂອງພັກ, ຂອງຊາດ, ເຂົ້າຮ່ວມຊີວິດການເມືອງໃຫ້ມີເນື້ອໃນເລິກເຊິ່ງ, ເອົາໃຈໃສ່ຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງເປັນປົກກະຕິ.

ພັທ ນາງ ຈັນສະໝອນ ພົມມະຈັກ ເປັນຮອງປະທານ

ຕອນທ້າຍກອງປະຊຸມ ໄດ້ມີການປ່ອນບັດຄັດເລືອກເອົາ ຄະນະສະຫະພັນແມ່ຍິງ ກົມໃຫຍ່ 502 ຊຸດໃໝ່. ໃນນັ້ນ, ມີຜູ້ລົງສະໝັກທັງໝົດ 11 ສະຫາຍ, ຄັດເລືອກເອົາ 9 ສະຫາຍ, ກອງປະຊຸມໄດ້ເປັນເອກະສັນເລືອກເອົາ ພັທ ນາງ ສີວິໄລ ທໍາມະສິດ ເປັນປະທານ, ພັທ ນາງ ຈັນສະໝອນ ພົມມະຈັກ ເປັນຮອງປະທານ ແລະ ພັທ ນາງ ຈັນຫອມ ວັນນາ ເປັນປະທານກວດກາ.