ສຳນັກງານຕໍ່ຕ້ານການສໍ້ໂກງສິງກະໂປ ເປີດເຜີຍວ່າ: ຜູ້ຖືກຫາທັງ 2 ຄົນ ຮັບສິນບົນຄັ້ງລະປະມານ 1 ໂດລາສິງກະໂປ ແຕ່ບໍ່ແຈ້ງຈຳນວນເງິນສິນບົນທີ່ໄດ້ຮັບທັງໝົດວ່າມີເທົ່າໃດ ພຽງແຕ່ກ່າວຫາວ່າ ເງິນສິນບົນບໍ່ວ່າຈຳນວນໜ້ອຍ ຫຼື ຫຼາຍພຽງໃດ ແຕ່ສິງກະໂປ ແມ່ນຮັບບໍ່ໄດ້ຕໍ່ການກະທຳດັ່ງກ່າວ.

ຜູ້ກະທຳຜິດຖານສໍ້ໂກງຊັບ ຈະຖືກປັບໄໝບໍ່ເກີດ 100.000 ໂດລາສິງກະໂປ ແລະ ຈຳຄຸກສູງສຸດບໍ່ເກີນ 5 ປີ, ເຊິ່ງ ສິງກະໂປ ເປັນປະເທດສູນກາງທຸລະກິດການເງິນ ແລະ ການຄ້າຂາຍ, ເຊິ່ງເປັນປະເທດທີ່ມີການສໍ້ໂກງໜ້ອຍທີ່ສຸດໃນໂລກ ຈາກການສຳຫຼວດໃນແຕ່ລະປີ.

ຄະນະລັດຖະມົນຕີສິງກະໂປ ໄດ້ຮັບເງິນເດືອນສູງທີ່ສຸດໃນໂລກ ເມື່ອທຽບໃສ່ກັບລັດຖະບານປະເທດຕ່າງໆ ໂດຍເງິນເດືອນລັດຖະມົນຕີ ເລີ່ມຕົ້ນຢູ່ທີ່ 1,1 ລ້ານສິງກະໂປ ຕໍ່ປີ, ເຊິ່ງເຈົ້າໜ້າທີ່ສິງກະໂປ  ແຈ້ງວ່າ ສ່ວນໜຶ່ງ ເພື່ອປ້ອງກັນການສໍ້ໂກງໃນຄະນະລັດຖະບານ.