ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ທັນວາ ນີ້ວ່າ: ລັດຖະມົນຕີກະຊວງພາຍໃນຂອງຝຣັ່ງ ຖະແຫຼງການວ່າ ຝຣັ່ງ ໄດ້ຍົກລະດັບເຕືອນໄພເປັນ Attack Emergency (Urgent attentat) ເປັນລະດັບທີ່ໃຊ້ເຕືອນວ່າ ຈະເກີດເຫດຮ້າຍແຮງ ຫຼື ຫຼັງຈາກທີ່ຫາກໍ່ເກີດເດຮ້າຍແຮງເປັນລະດັບສາມ ແລະ ລະດັບສູງສຸດ, ເຊິ່ງເລີ່ມນຳມາໃຊ້ໃນເດືອນທັນວາ ປີ 2016 ຈາກເມື່ອກ່ອນມີພຽງສອງລະດັບຕັ້ງແຕ່ປີ 1978 ລະດັບສູງສຸດນີ້ຈະເປີດທາງໃຫ້ດຳເນີນມາດຕະການປ້ອງກັນ ເຊັ່ນ: ປິດຖະໜົນ, ລົດໄຟໄຕ້ດິນ ຫຼື ໂຮງຮຽນໃນເວລາທີ່ເກີດອັນຕະລາຍຮ້າຍແຮງ. ຂະນະດຽວກັນ, ເຈົ້າໜ້າທີ່ທາງການຂອງຝຣັ່ງ ຈະເພີ່ມການຄວບຄຸມຊາຍແດນ ແລະ ເຂັ້ມງວດຕະຫຼາດຄຣິດມາສທຸກແຫ່ງທົ່ວປະເທດ ເພື່ອປ້ອງກັນບໍ່ໃຫ້ມີຜູ້ກໍ່ເຫດຮຽນແບບ. ພ້ອມນັ້ນ, ລັດຖະມົນຕີກະຊວງພາຍໃນ ຍັງໄດ້ປັບຍອດຜູ້ເສຍຊີວິດເຫຼືອ 3 ຄົນ ແລະ ບາດເຈັບ 12 ຄົນ. ຈາກເມື່ອກ່ອນທີ່ນາຍົກເທດສະມົນຕີສະຕຣາບູກ ແຈ້ງວ່າ ມີຜູ້ເສຍຊີວິດ 4 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າສິບຄົນ.

ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ ກຳລັງນຳຈັບຄົນຮ້າຍທີ່ເອົາຕົວຫຼົບໜີ ຫຼັງຈາກກໍ່ເຫດໃຊ້ປືນຍິງໃສ່ຜູ້ຄົນຢູ່ກາງຕະຫຼາດຄຣິດມາສ ໃນເມືອງສະຕຣາບູກ ທາງພາກຕາເວັນອອກຂອງຝຣັ່ງ ເວລາປະມານ 8:00 ໂມງໃນວັນທີ 11 ທັນວາ ຕາມເວລາທ້ອງຖິ່ນ, ເຊິ່ງທະຫານທີ່ລາດຕະເວນໃນບໍລິເວນເກີດເຫດແມ່ນໄດ້ມີການປ້ອງກັນຕາມປົກກະຕິໃນມື້ເກີດເຫດ ແລະ ໄດ້ຍິງຄົນຮ້າຍໄດ້ຮັບບາດເຈັບ. ແຕ່ບໍ່ສາມາດຈັບໄດ້ ເນື່ອງຈາກຄົນຮ້ຍໄດ້ເອົາຕົວຫຼົບໜີກ່ອນ.

ຂ່າວລາຍງານໃຫ້ຮູ້ອີກວ່າ: ເຈົ້າໜ້າທີ່ຕຳຫຼວດ ກຽມແຜນຈັບກຸມຊາຍຄົນດັ່ງກ່າວຕັ້ງແຕ່ຕອນເຊົ້າຂອງວັນກໍ່ເຫດ ເພາະກຳລັງສອບສວນຂໍ້ຫາພະຍາຍາມຂ້າຄົນໃນຄະດີອື່ນ ແຕ່ຜູ້ກ່ຽວເອົາຕົວຫຼົບໜີໄດ້ກ່ອນ ແລະ ໄປກໍ່ເຫດໃນຕອນຄຳຂອງວັນດຽວກັນ.