ພິທີປະກາດການຈັດຕັ້ງຂັ້ນພະແນກ ແລະ ຂັ້ນກອງກໍ່ສ້າງຮາກຖານ ທີ່ຂຶ້ນກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ( ກົມ 509 ) ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2018 ເປັນປະທານໂດຍ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມ 509, ມີຄະນະກົມ, ຄະນະພະແນກ, ຮອງພະແນກ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ເປັນປະທານໂດຍ ພົຈວ ຄໍາສາຍ ຈັນທະວົງ

ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປກສ ສະບັບເລກທີ 3843/ກມປສ, ລົງວັນທີ 5 ທັນວາ 2018 ວ່າດ້ວຍ ການໂຍກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຳນວນທັງໝົດ 18 ສະຫາຍ; ໃນນີ້, ມີຂັ້ນພະແນກເສນາກໍ່ສ້າງຮາກຖານ, ພະແນກສຳມະໂນຄົວລາວ, ພະແນກອອກບັດປະຈຳຕົວປະຊາຊົນລາວ, ພະແນກຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ພະແນກທະບຽນປະຫວັດ, ພະແນກ ປກສ ບໍລິການປະຊາຊົນ, ພະແນກສຳມະໂນຄົວ ແລະ ອອກບັດປະຈຳຕົວຕ່າງດ້າວ, ພະແນກພະລາທິການ, ພະແນກ ປກສ ບ້ານ, ພະແນກອາຊີບ-ພາຫະນະພິເສດ, ກອງກໍ່ສ້າງຮາກຖານ 919, ກອງກໍ່ສ້າງຮາກຖານ 912, ກອງກໍ່ສ້າງຮາກຖານ 918, ພະແນກຜະລິດກາປະທັບ, ກອງກໍ່ສ້າງຮາກຖານ 915 ແລະ ກອງກໍ່ສ້າງຮາກຖານ 916.

ສະຫາຍ ນາງ ເຂັມຄຳ ໄຊຍະເພັດ

ໃນຕອນທ້າຍ, ທ່ານຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຮຽກຮ້ອງ ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງພາລະບົດບາດການຊີ້ນໍາ-ນໍາພາບັນຊາ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ  ແລະ ກວ້າງຂວາງ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ເຂັ້ມແຂງ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນໍາພາເຮັດວຽກລວມສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສໍາເລັດໜ້າທີ່ພັກ-ລັດ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.