ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ທັນວາ ນີ້ວ່າ: ຜົນກະທົບຈາກໄຟປ່າຄັ້ງໃຫຍ່ໃນລັດຄາລິຟໍເນຍຂອງສະຫະລັດ ຍັງສ້າງຄວາມເດືອດຮ້ອນໃຫ້ກັບຜູ້ປະສົບໄພ ເນື່ອງຈາກພາຍຸພັດຖະລົມລົງມາໃນໄລຍະດູຝົນ ສົ່ງຜົນເຮັດໃຫ້ກ້ອນຫີນ, ດິນ ແລະ ຕົ້ນໄມ້ທີ່ຖືກໄຟໄໝ້ ຈຳນວນຫຼວງຫຼາຍທີ່ຢູ່ເທິງພູ ຖະຫຼົ່ມລົງມາໃນຫຼາຍພື້ນທີ່ຂອງເມືອງມາລິບູ.

ເຈົ້າໜ້າທີ່ ກ່າວວ່າ: ເກີດເຫດດິນ, ຫີນ ແລະ ຕົ້ນໄມ້ ຖະຫຼົ່ມລົງມາໃສ່ເຮືອນປະຊາຊົນໃນເມືອງມາລິບູ ເປັນຈຳນວນຫຼວງຫຼາຍ ເນື່ອງຈາກວ່າ ຝົນຕົກແຮງ ເຮັດໃຫ້ເຈົ້າໜ້າທີ່ຕ້ອງປິດເສັ້ນທາງຫຼວງແຄມຫາດຊາຍເສັ້ນໜຶ່ງ ແລະ ຄາດວ່າ ຝົນຈະຕົກລົງມາອີກທາງຕອນໃຕ້ຂອງລັດກາລິຟໍເນຍ. ເຈົ້າຂອງຮ້ານອາຫານແຫ່ງໜຶ່ງຕ້ອງປິດຮ້ານເປັນເວລາ 16 ວັນ ໃນໄລຍະເກີດໄຟໄໝ້ປ່າ ແລະ ຕັດສິນໃຈເປີດຮ້ານອີກ ເຖິງແມ່ນວ່າມີຄວາມສ່ຽງວ່າຈະເກີດດິນຖະຫຼົ່ມລົງມາ, ຂະນະທີ່ຊາວບ້ານອີກຈຳນວນຫຼາຍຄອບຄົວຍັງບໍ່ມີທີ່ຢູ່ອາໃສ ແລະ ບາງພື້ນທີ່ຍັງບໍ່ມີໄຟຟ້າໃຊ້.

ໄຟປ່າໃນລັດກາລິຟໍເນຍ ເກີດຂຶ້ນໃນຕົ້ນເດືອນພະຈິກ ທີ່ຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 80 ຄົນ, ສູນຫາຍອີກຫຼາຍຄົນ ແລະ ເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼວງຫຼາຍ.