ປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ

0
1724
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ II ຂຶ້ນໃນວັນທີ 12 ທັນວາ 2018, ເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ທ່ານ ສຈ ປອ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີນັກວິທະຍາກອນ, ນັກສໍາມະນາກອນ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ

ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 9 ຕຸລາ ຫາວັນທີ 12 ທັນວາ 2018, ມີນັກສໍາມະນາກອນ ອ້ອມຂ້າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າຮ່ວມຝຶກຈໍານວນ 40 ທ່ານ ຍິງ 21 ທ່ານ; ໃນນັ້ນ, ມີຂັ້ນຫົວໜ້າພະແນກ 21 ທ່ານ, ຮອງຫົວໜ້າພະແນກ 18 ແລະ ວິຊາການ 1 ທ່ານ, ແບ່ງການຮຽນອອກເປັນ 5 ພາກວິຊາ, ມີ 39 ບົດ ຄື: ພາກວິຊາປັດຊະຍາ ມີ 8 ບົດ, ພາກວິຊາ ເສດຖະສາດການເມືອງ ມີ 10 ບົດ, ພາກວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 8 ບົດ, ພາກວິຊາບໍລິຫານສາດ ມີ 8 ບົດ ແລະ ພາກວິຊາກໍ່ສ້າງພັກ ມີ 5 ບົດ.

ວັນທີ 9 ຕຸລາ ຫາວັນທີ 12 ທັນວາ 2018

ຊຸດຝຶກອົບຮົມ ມີຄູ-ອາຈານ ທີ່ມີຄວາມຮູ້-ຄວາມສາມາດ ແລະ ມີປະສົບການໃນການສິດສອນ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈໍານວນ 32 ທ່ານ; ໃນນັ້ນ, ມີສາດສະດາຈານ 1 ທ່ານ, ຮອງສາດສະດາຈານ 1 ທ່ານ, ປະລິນຍາເອກ 13 ທ່ານ ແລະ ປະລິນຍາໂທ 18 ທ່ານ. ຜ່ານການຮຽນ-ການສອນ ສັງເກດເຫັນວ່າ ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມເອົາໃຈໃສ່ກະຕືລືລົ້ນໃນການຊອກຮູ້ຮໍ່າຮຽນ, ກ້າສະແດງອອກໃນການຕັ້ງຄໍາຖາມ ປະກອບຄໍາເຫັນເພື່ອແລກປ່ຽນບົດຮຽນໃນການຂຽນບົດປະເມີນຜົນ, ທັງປະເມີນຄວາມຮັບຮູ້ຂອງຕົນ, ການສິດສອນຂອງຄູ-ອາຈານ ແລະ ການຕິດຕາມຂອງຄະນະຮັບຜິດຊອບ ເຫັນວ່າ ມີນັກສໍາມະນາກອນເຂົ້າໃຈຫຼາຍ 78,5% ແລະ ເຂົ້າໃຈບາງສ່ວນ 21,5%.

ເຂົ້າຮ່ວມຝຶກຈໍານວນ 40 ທ່ານ ຍິງ 21 ທ່ານ